spot_img
Homeຂ່າວທ້ອງຖິ່ນມອບຮັບໜ້າທີ່ລະຫວ່າງເຈົ້າແຂວງຄຳມ່ວນຜູ້ໃໝ່ ແລະ ເຈົ້າແຂວງຄຳມ່ວນຜູ້ເກົ່າ

ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງຄຳມ່ວນຜູ້ໃໝ່ ແລະ ເຈົ້າແຂວງຄຳມ່ວນຜູ້ເກົ່າ

Published on

ໜັງສືພິມວຽງຈັນທາມ ລາຍງານວ່າ ພິທີມອບຮັບໜ້າທີ່ລະຫວ່າງທ່ານ ໂອໄດ ສຸດາພອນ ເລຂາພັກແຂວງ, ເຈົ້າແຂວງຄຳມ່ວນຜູ້ເກົ່າທີ່ໄດ້ອອກກະສຽນບຳນານ ແລະ ທ່ານ ວັນໄຊ ພອງສະຫວັນ ທີ່ຖືກແຕ່ງຕັ້ງເປັນເລຂາພັກແຂວງ,  ຮັກສາການເຈົ້າແຂວງຄໍາມ່ວນຜູ້ໃໝ່ໄດ້ຈັດຂຶ້ນເມື່ອວັນທີ 26 ຕຸລາທີ່ຜ່ານມາ ຢູ່ຫ້ອງວ່າການແຂວງຄໍາມ່ວນ  ໂດຍເປັນກຽດ ເຂົ້າຮ່ວມຂອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະ ເລຂາທິການ ສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ ທ່ານ ພັນຄຳ ວິພາວັນ.

ເນື່ອງໃນໂອກາດດັ່ງກ່າວ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ ທ່ານ ພັນຄຳ ວິພາວັນໄດ້ເນັ້ນໃຫ້ຮັກສາການເຈົ້າແຂວງຄໍາມ່ວນຜູ້ໃໝ່ ໃຫ້ສືບຕໍ່ເສີມຂະຫຍາຍອັນດີ ແລະ ແກ້ໄຂຈຸດອ່ອນ ແລະ ຂໍ້ຄົງຄ້າງຕ່າງໆເພື່ອພັດທະນາ ເສດຖະກິດ-ສັງຄົມຂອງແຂວງໃຫ້ ບັນລຸຕາມຄາດໝາຍ ທີ່ວາງໄວ້.·

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...