spot_img
Homeຂ່າວຄວາມສະຫງົບພິທີມອບ-ຮັບຕົວຜູ້ຖືກຫາໃນຄະດີສໍ້ໂກງຊັບຜ່ານທາງລະບົບໂທລະຄົມຂ້າມຊາດ

ພິທີມອບ-ຮັບຕົວຜູ້ຖືກຫາໃນຄະດີສໍ້ໂກງຊັບຜ່ານທາງລະບົບໂທລະຄົມຂ້າມຊາດ

Published on

ໃນວັນທີ 11 ກັນຍາ 2023, ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໄດ້ຈັດພິທີມອບ-ຮັບຕົວຜູ້ຖືກຫາໃນຄະດີສໍ້ໂກງຊັບຜ່ານທາງລະບົບໂທລະຄົມຂ້າມຊາດ ໃຫ້ເຈົ້າໜ້າທີ່ຕໍາຫຼວດ ສປ ຈີນ ນຳໄປສືບຕໍ່ດຳເນີນຄະດີ, ໂດຍມີ ທ່ານ ພັອ ມັກ ວິໄລພົນ ຮອງຫົວໜ້າກົມພົວພັນຕ່າງປະເທດ ຫ້ອງວ່າການກະຊວງ ປກສ ລາວ ແລະ ທ່ານ ພັທ ຢາງ ວ້ານ ຟາງ ຫົວໜ້າພະແນກສືບສວນ-ສອບສວນ ກະຊວງປ້ອງກັນຄວາມສະຫງົບ ສປ ຈີນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ການມອບ-ຮັບຜູ້ຖືກຫາຄະດີສໍ້ໂກງຊັບທາງລະບົບໂທ ລະຄົມຂ້າມ ຊາດໃຫ້ເຈົ້າໜ້າທີ່ຕໍາຫຼວດ ສປ ຈີນ ໃນຄັ້ງນີ້ ມີທັງໝົດ 164 ຄົນ ຍິງ 13 ຄົນ ແລະ ໃນນີ້ມີຜູ້ຖືກຫາຖືກກັກຕົວຢູ່ຈຸດນະຄອນຫຼວງວຽງຈັນ 77 ຄົນ, ເຂດເສດຖະກິດພິເສດສາມຫຼ່ຽມຄຳ ແຂວງບໍ່ແກ້ວ ມີ 46 ຄົນ, ແຂວງວຽງຈັນ 22 ຄົນ ແລະ ແຂວງ ສະຫວັນນະເຂດ ມີ 19 ຄົນ.

ໃນພິທີດັ່ງກ່າວ, ທັງສອງຝ່າຍໄດ້ເຊັນບົດບັນທຶກມອບ-ຮັບຜູ້ຖືກຫາ ເຊິ່ງກັນແລະ ກັນ ໂດຍອີງຕາມບົດບັນທຶກການຮ່ວມມືປະຈຳປີ 2020 ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ກະຊວງປ້ອງກັນຄວາມສະຫງົບ ສປ ຈີນ ສະບັບລົງວັນທີ 25 ພຶດສະພາ 2023 ແລະ ອີງຕາມການຮ່ວມມືຂອງສອງກໍາລັງຕໍາຫຼວດ ລາວ-ຈີນ ໃນການມ້າງຄະດີຕົວຈິງ ຢູ່ ສປປ ລາວ ເພື່ອນໍາເອົາຕົວພວກກ່ຽວກັບຄືນປະເທດ ແລະ ສືບຕໍ່ດໍາເນີນຄະດີຕາມລະບຽບກົດໝາຍ.

ທີ່ມາ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...