spot_img
Homeຂ່າວການສຶກສາມສ.ວຽງຈັນ ໄດ້ເປັນໂຮງຮຽນດີເດັ່ນດ້ານຄຸນະພາບການຮຽນ-ການສອນພາສາຝຣັ່ງແຫ່ງທໍາອິດໃນພາກພື້ນອາຊີ

ມສ.ວຽງຈັນ ໄດ້ເປັນໂຮງຮຽນດີເດັ່ນດ້ານຄຸນະພາບການຮຽນ-ການສອນພາສາຝຣັ່ງແຫ່ງທໍາອິດໃນພາກພື້ນອາຊີ

Published on

ເນື່ອງໃນໂອກາດສະເຫຼີມສະຫຼອງວັນຟຣັງໂກໂຟນີ ປະຈໍາປີ 2016 ໃນຕອນເຊົ້າວັນທີ 26 ມີນາ 2016 ທີ່ສະໂມສອນໂຮງຮຽນມັດທະຍົມສົມບູນ (ມສ) ວຽງຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ທ່ານນາງ ກະໂລດິນ ເລີດູ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງປະເທດຝຣັ່ງ ປະຈໍາ ສປປ.ລາວ ໄດ້ຕາງໜ້າໃຫ້ລັດຖະບານປະເທດຝຣັ່ງ ມອບນາມະຍົດປ້າຍໂຮງຮຽນຄຸນະພາບດ້ານການສຶກສາແຫ່ງທໍາອິດໃນ ສປປ.ລາວ ແລະ ເປັນແຫ່ງທໍາອິດໃນບັນດາປະເທດທີ່ໃຊ້ພາສາຝຣັ່ງ ຢູ່ລະດັບພາກພື້ນອາຊີ ໂດຍການເຂົ້າຮ່ວມຂອງທ່ານ ລີຕູ້ ບົວປາວ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ທ່ານ ຂວັນຕາ ພະລິວົງ ຫົວໜ້າກົມເອີຣົບ-ອາເມຣິກາ ກະຊວງການຕ່າງປະເທດ ທັງເປັນຜູ້ປະສານງານລະ ດັບຊາດຟຣັງໂກໂຟນີ ປະຈໍາ ສປປ.ລາວ ມີຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກີລາ ບັນດາຄະນະອໍານວຍການ ຄູ-ອາຈານ ແລະ ນັກຮຽນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ອາຈານ ຄໍາຊ້ອຍ ວົງສໍາພັນ ຄູເຝິກອາຈານສອນພາສາຝຣັ່ງ ທັງເປັນທີ່ປຶກສາໂຮງຮຽນ ມສ.ວຽງຈັນ ໄດ້ໃຫ້ຮູ້ວ່າ ການຮັບນາມະຍົດເປັນໂຮງຮຽນໂຕແບບຄຸນະພາບດ້ານການຮຽນ-ການສິດສອນພາສາຝຣັ່ງໃນຄັ້ງນີ້ ຖືເປັນຄວາມພາກພູມໃຈຢ່າງຍິ່ງທີ່ນໍາເອົາຊື່ສຽງມາສູ່ປະເທດຊາດ ເຮັດໃຫ້ບັນດາປະເທດຕ່າງໆໃນທົ່ວໂລກທີ່ໃຊ້ພາສາຝຣັ່ງຮູ້ຈັກ ສປປ.ລາວ ຫຼາຍຂຶ້ນ ແລະ ມີບົດບາດສໍາຄັນອີກກ້າວນຶ່ງໃນລະດັບພາກພື້ນ-ສາກົນ ນອກນີ້ ກໍຖືວ່າເປັນແບບຢ່າງອັນດີໃຫ້ແກ່ໂຮງຮຽນແຫ່ງຕ່າງໆນັບທັງພາກລັດ-ເອກະຊົນພາຍໃນປະເທດ ແລະ ເປັນຂວັນກໍາລັງໃຈໃຫ້ຄະນະບໍລິຫານການສຶກສາ ຄູ{ອາຈານ ໄດ້ມີຄວາມຫ້າວຫັນ ບຸກໜ້າບືນໂຕ ສ້າງໂຮງຮຽນຂອງຕົນໃຫ້ກາຍເປັນໂຕແບບຄຸນະພາບໃນອະນາຄົດ ປັດຈຸບັນ ຢູ່ໂຮງຮຽນ ມສ.ວຽງຈັນ ມີນັກຮຽນທີ່ພວມສຶກສາຢູ່ແຕ່ລະດັບຊັ້ນ ມ.1-ມ.7 ທັງໝົດ 2.999 ຄົນ ມີ ຄູ-ອາຈານ 168 ຄົນ ໃນນັ້ນ ຄູສອນພາສາຝຣັ່ງ ມີ 25 ຄົນ ຍິງ 17 ຄົນ ມີຫ້ອງຮຽນ 83 ຫ້ອງ ໃນນັ້ນ ມີຫ້ອງຮຽນ 2 ພາສາ 15 ຫ້ອງ ຫ້ອງຮຽນພອນສະຫັວນ 14 ຫ້ອງ ຫ້ອງຮຽນບີແລັງ 14 ຫ້ອງ ນອກນີ້ ຍັງມີຫ້ອງຮຽນທາງອິນເຕີເນັດ ຫ້ອງໄອທີ ແລະ ຫ້ອງອື່ນໆອີກຈໍານວນນຶ່ງ.

ແຫລ່ງຂ່າວຈາກ: ວິທະຍຸ-ໂທລະພາບນະຄອນຫຼວງ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...