spot_img
Homeຂ່າວຕ່າງປະເທດຟິລິບປິນລະບຸ ຂໍ້ຂັດແຍ່ງທະເລຈີນໃຕ້ ບໍ່ກະທົບຄວາມສຳພັນກັບຈີນ ແລະ ອາເມຣິກາ!

ຟິລິບປິນລະບຸ ຂໍ້ຂັດແຍ່ງທະເລຈີນໃຕ້ ບໍ່ກະທົບຄວາມສຳພັນກັບຈີນ ແລະ ອາເມຣິກາ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 24 ສິງຫາຜ່ານມານີ້ວ່າ ທ່ານ ເພີເຟກໂຕ ຢາເຊດ ລັດຖະມົນຕີການຕ່າງປະເທດຟິລິບປິນ ໄດ້ອອກມາລະບຸວ່າ ກໍລະນີຂໍ້ຂັດແຍ່ງເລື່ອງດິນແດນ ໃນທະເລຈີນໃຕ້ ລະຫວ່າງຟິລິບປິນກັບຈີນ ຈະບໍ່ເຮັດໃຫ້ເກີດຜົນກະທົບ ຄວາມສຳພັນທາງການທູດທັງກັບຈີນ ແລະ ສະຫະລັດອາເມຣິກາ ໂດຍທ່ານໄດ້ລະບຸວ່າ ພວກເຮົາຕ້ອງການເປັນເພື່ອນມິດໃກ້ຊິດກັບຈີນ ແຕ່ບໍ່ໄດ້ໝາຍເຖິງວ່າ ພວກເຮົາຈະຫລຸດລະດັບຄວາມເປັນມິດ ກັບສະຫະລັດອາເມຣິກາ, ເຖິງແມ່ນຈະມີຂໍ້ຂັດແຍ່ງກັບຈີນ ໃນເລື່ອງທະເລຈີນໃຕ້ ແຕ່ກໍຍັງມີດ້ານອື່ນໆໃນຄວາມສຳພັນຂອງເຮົາ ທີ່ຍັງສາມາດເດີນໜ້າຕໍ່ໄປໄດ້ ໂດຍທີ່ບໍ່ຈຳເປັນໄປແຕະຕ້ອງກັບ ບັນຫາຂໍ້ຂັດແຍ່ງທະເລຈີນໃຕ້.  ການອອກມາລະບຸດັ່ງກ່າວນີ້ ມີຂຶ້ນພາຍຫລັງທີ່ ທ່ານ ໂຣດຣິໂກ ດູເຕີເຕ ປະທານາທິບໍດີຟິລິບປິນ ກໍໄດ້ອອກມາລະບຸໃນວັນອັງຄານທີ 23 ສິງຫາຜ່ານມາເຊັ່ນກັນວ່າ ທ່ານມີຄວາມຫວັງໃຫ້ມີການເຈລະຈາກັບຈີນ ພາຍໃນ 1 ປີ ໃນເລື່ອງຂໍ້ຂັດແຍ່ງທາງທະເລນີ້.

ດ້ານທ່ານ ລູ່ ຄັງ ໂຄສົກກະຊວງການຕ່າງປະເທດຈີນ ກໍໄດ້ອອກມາຖະແຫລງວ່າ ພວກເຮົາເຊື່ອໝັ້ນທັງສອງຝ່າຍ ມີຄວາມສາມາດ ແລະ ມັນສະໝອງ ໃນການຫາລື ແລະ ແກ້ໄຂບັນຫາ ເພື່ອສົ່ງເສີມຄວາມສຳພັນ ໃຫ້ກັບມາສູ່ເສັ້ນທາງຂອງການພັດທະນາ ຢ່າງເຂັ້ມແຂງ ແລະ ນຳມາຊຶ່ງຜົນປະໂຫຍດຕໍ່ທັງສອງປະເທດ.

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...