spot_img
Homeຂ່າວຕ່າງປະເທດພໍ່ຄົນຈີນລົງທຶນແຕ່ງໂຕເປັນຄົນຖືພາ ຮຽກຮ້ອງສິດໃຫ້ແມ່ຍິງຖືພາເທິງລົດໄຟໃຕ້ດິນ

ພໍ່ຄົນຈີນລົງທຶນແຕ່ງໂຕເປັນຄົນຖືພາ ຮຽກຮ້ອງສິດໃຫ້ແມ່ຍິງຖືພາເທິງລົດໄຟໃຕ້ດິນ

Published on

ອີງຕາມຂ່າວຕ່າງປະເທດລາຍງານວັນທີ 10 ຕຸລາວ່າ ມື້ທຳອິດຂອງການເຮັດວຽກຫຼັງຈາກພັກເທດສະການວັນຊາດຈີນ ຊ່ວງເວລາຫຼັງຈາກເລີກວຽກທີ່ສະຖານີລົດໄຟໃຕ້ດິນ ມີຄົນຫຼາຍຈົນແໜ້ນກັນ ໃນຂະບວນລົດໄຟໃຕ້ດິນເສີງຕູ ສາຍ 2 ມີຊາຍ 3-4 ຄົນ ທີ່ສະແດງເປັນຄົນຖືພາ ແລະຍ່າງດ້ວຍທ່າທາງແບບແປກໆ ຈົນຫຼາຍຄົນຫຼຽວເບິ່ງ

ພວກເຂົານຸ່ງເສື້ອຢືດສີຂາວ ພ້ອມຂຽນໃສ່ເສື້ອວ່າ “ຜູ້ຍິງຖືພາ ບໍ່ແມ່ນເລື່ອງງ່າຍ ຄວນໃຫ້ພື້ນທີ່ ໃຫ້ອິດສະລະ ແລະໃຫ້ອະໄພ” ເຮັດໃຫ້ຜູ້ໂດຍສານຈໍານວນຫຼາຍ ພາກັນວິພາກວິຈານ ພ້ອມດ້ວຍຈັບໂທລະສັບຂຶ້ນມາຖ່າຍຮູບ ແລະບາງຄົນກໍເສຍສະລະບ່ອນນັ່ງໃຫ້

ມີຜູ້ໂດຍສານທີ່ຢູ່ໃນລົດໄຟຖາມວ່າ “ເປັນຫຍັງຕ້ອງສະແດງເປັນຄົນຖືພາ” ເຊິ່ງໄດ້ຄຳຕອບວ່າ ເຮັດແບບນີ້ກໍເພາະວ່າ ພວກເຂົາກໍາລັງກຽມເປັນພໍ່ ເພື່ອຮຽກຮ້ອງ ແລະຫວັງວ່າທຸກຄົນຈະໃຫ້ພື້ນທີ່ກັບແມ່ຍິງຖືພາ, ໃຫ້ຄວາມສົນໃຈ, ເອົາໃຈໃສ່ ແລະຄຳນຶງຄວາມປອດໄພຫຼາຍຂຶ້ນ

ນອກຈາກຜູ້ຊາຍທີ່ກຽມເປັນພໍ່ແລ້ວ ຢູ່ປະຕູທາງອອກຈາກສະຖານີໜຶ່ງ ຂອງລົດໄຟໃຕ້ດິນສາຍດັ່ງກ່າວ ໄດ້ມີແມ່່ຍິງຖືພາຄົນໜຶ່ງ ໄດ້ຂາຍກະເປົາໜັງທີ່ມີຄຸນນະພາບດີຫຼາຍໃບ ພ້ອມກັບເວົ້າໃສ່ໂທລະໂຄ່ງເພື່ອດຶງດູດຄວາມສົນໃຈຈາກຜູ້ທີ່ຍ່າງກາຍມາ ຢູ່ຂ້າງຍັງມີປ້າຍໂຄສະນາຂຽນວ່າ ການເປັນແມ່ຍິງຖືພາບໍ່ແມ່ນເລື່ອງງ່າຍ ເພື່ອເຮັດໃຫ້ຕູ້ໃສ່ເຄື່ອງມີບ່ອນຫວ່າງ ສຳລັບໄວ້ເຄື່ອງລູກນ້ອຍ ມື້ນີ້ຈຶ່ງໄດ້ເອົາກະເປົາໜັງທີ່ໃຊ້ເງິນ ແລະເກັບມາເປັນເວລາດົນຫຼາຍປີ ອອກມາຂາຍໃນລາຄາຖືກ

 

 

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...