spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມພຽງດື່ມຊາຜັກຫອມເປອຸ່ນໆເປັນປະຈຳ ກໍ່ຈະຊ່ວຍຮັກສາອາການບວມນ້ຳ ຂາບວມ ໄດ້

ພຽງດື່ມຊາຜັກຫອມເປອຸ່ນໆເປັນປະຈຳ ກໍ່ຈະຊ່ວຍຮັກສາອາການບວມນ້ຳ ຂາບວມ ໄດ້

Published on

ຫອມເປ ນອກຈາກຈະນຳມາໃຊ້ປະກອບໃນອາຫານໄດ້ແລ້ວ ຍັງມີສັບພະຄຸນທາງຢາທີ່ຫຼາຍຄົນບໍ່ຮູ້ ເພາະຜັກຫອມເປມັນຊ່ວຍປ້ອງກັນ ແລະ ບັນເທົາການເກີດໂຣກຕ່າງໆໄດ້ເປັນຢ່າງດີ ເຊັ່ນ: ໂຣກຫອບຫືດ, ໂຣກພູມແພ້, ໂຣກປວດປະຈຳເດືອນ, ລະບົບທາງເດີນປັດສະວະ ທາງເດີນອາຫານ ໂຣກຫຼອດລົມອັກເສບ ຫຼຸດຄວາມດັນໂລຫິດ ແລະ ລະບົບກະດູກຂອງຮ່າງກາຍເຮົາໄດ້

l_12484_culantro-herb

 

ຂັ້ນຕອນວິທີເຮັດ

ນຳຜັກຫອມເປທັງຕົ້ນທັງຮາກມາລ້າງໃຫ້ສະອາດ ຈາກນັ້ນກໍ່ຊອຍເປັນຕ່ອນປະມານຂໍ້ມື ໃຫ້ໄດ້ປະມານ 1 ຖ້ວຍແຈ່ວ ຕື່ມນ້ຳໃສ່ໝໍ້ກາຕົ້ມນ້ຳໃນປະລິມານ 5 ຈອກກິນນ້ຳ (ຈອກຍາວ) ຕົ້ມນ້ຳໃຫ້ຝົດດີ ຈາກນັ້ນກໍ່ນຳຜັກຫອມເປທີ່ຊອຍແລ້ວລົງໃນໝໍ້ຕົ້ມນ້ຳ ຕົ້ມຕໍ່ໄປອີກ 5-7 ນາທີ ແລ້ວກໍ່ທາວເອົາຕ່ອນຜັກຫອມເປອອກຈາກໝໍ້ ແລ້ວກໍ່ນຳນ້ຳຕົ້ມທີ່ໄດ້ມາດື່ມ ດື່ມຕອນນ້ຳອຸ່ນໆ ດື່ມເປັນປະຈຳຈະຊ່ວຍຫຼຸດອາການຂາບວມ, ໂຣກບວມນ້ຳໄດ້ເປັນຢ່າງດີ ທີ່ສຳຄັນບໍ່ເປັນອັນຕະລາຍ ບໍ່ມີຜົນຄ້າງຄຽງອີກດ້ວຍ

 

ທີ່ມາ: http://www.rak-sukapap.com/2016/08/blog-post_940.html

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...