spot_img
Homeປ່ອງຢ້ຽມດວງດາວພົບ​ກາ​ແລັກ​ຊີ​ທີ່ໄກທີ່ສຸດ​ເທົ່າ​ທີ່​ມະນຸດ​ເຄີຍ​ຄົ້ນ​ພົບ

ພົບ​ກາ​ແລັກ​ຊີ​ທີ່ໄກທີ່ສຸດ​ເທົ່າ​ທີ່​ມະນຸດ​ເຄີຍ​ຄົ້ນ​ພົບ

Published on

ga1

  ເມື່ອ​ວັນທີ່ 7 ກັນຍາ ເວັບ​ໄຊຕ໌​ເດ​ລີ່​ເມລ ລາຍ​ງານ​ຂ່າວ​ອັນ​ໜ້າ​ຕື່ນ​ເຕັ້ນ​ຂອງ​ວົງ​ການ​ດາ​ລາ​ສາດ ນັກ​ວິທະຍາ​ສາດ​ຢືນຢັນ​ການ​ຄົ້ນ​ພົບ​ກາ​ແລັກ​ຊີ​ທີ່​ໄກ​ທີ່ສຸດ​ເທົ່າ​ທີ່​ມະນຸດ​ເຄີຍ​ຄົ້ນ​ພົບ ດ້ວຍ​ຄວາມ​ຫ່າງ​ໄກ​ເກີນ​ຈິ​ນຕະ​ນາ​ການ​ທີ່ 13,200 ລ້ານ​ປີ​ແສງ 
          ໂດຍ​ທີມ​ນັກ​ວິທະຍາ​ສາດ​ຈາ​ກສະ​ຖາ​ບັນ​ເທກ​ໂນ​ໂລ​ຍີ​ແຄ​ລິ​ຟໍເນຍ ຫລື ​ມະຫາ​ວິທະຍາ​ໄລ​ຄານ​ເທັກ USA ໄດ້​ເປີດ​ເຜີຍ​ວ່າ ກາ​ແລັກ​ຊີ​ທີ່​ຢູ່​ໄກ​ທີ່ສຸດ​ເທົ່າ​ທີ່​ມະນຸດ​ເຄີຍ​ຄົ້ນ​ພົບ​ນີ້ ຄື ກາ​ແລັກ​ຊີ EGS8p7 ຢູ່​ຫ່າງ​ອອກ​ໄປ​ເຖິງ 13,200 ລ້ານ​ປີ​ແສງ (1 ປີ​ແສງ = 9 ລ້ານ​ລ້ານ​ກິ​ໂລ​ແມັດ) ຊຶ່ງ​ນັ້ນ​ໝາຍ​ຄວາມ​ວ່າ ເຮົາ​ກຳ​ລັງ​ເບິ່ງເຫັນ​ອາ​ດີດ​ເມື່ອ 13,200 ລ້ານ​ປີ​ກ່ອນ​ຂອງ​ກາ​ແລັກ​ຊີ​ແຫ່ງ​ນີ້ ຊຶ່ງ​ຕອນ​ນັ້ນ​ມັນ​ຫາຈະ​ກໍ່​ຕົວ​ຂຶ້ນ​ໃໝ່​ໆ ຈັກກະວານ​ເອງ​ກໍ​ຍັງມີ​ອາ​ຍຸ​ພຽງ 600 ລ້ານ​ປີ​ເທົ່າ​ນັ້ນ (ຕອນ​ນີ້​ຈັກກະວານ​ມີ​ອາ​ຍຸ​ປະມານ 13,800 ລ້ານ​ປີ)

ga2

ການ​ຄົ້ນ​ພົບ​ກາ​ແລັກ​ຊີ​ທີ່​ໄກ​ທີ່ສຸດ​ນີ້ ນັບ​ວ່າ​ເປັນ​ປະໂຫຍດ​ຢ່າງ​ຫລາຍ​ກັບ​ວົງ​ການ​ດາ​ລາ​ສາດ ເພາະ​ນັກ​ດາ​ລາ​ສາດ​ຈະ​ໄດ້​ສຶກ​ສາ​ລັກສະນະ​ຂອງ​ກາ​ແລັກ​ຊີ​ໃນ​ໄລຍະທຳອິດ ທີ່​ຈັກກະວານ​ໄດ້​ຖື​ກຳ​ເນີດ​ຂຶ້ນ ແລະ​ ເປັນ​ສັນ​ຍານ​ທີ່​ດີ​ໃນ​ການສຶກສາ​ເຮັດ​ຄວາມ​ເຂົ້າໃຈ​ວິວັດທະນາການ​ຂອງ​ຈັກກະວານ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...