spot_img
Homeຂ່າວຕ່າງປະເທດພົບໂສ້ງນຸ່ງເກົ່າແກ່ທີ່ສຸດໃນໂລກ ໃນເມືອງຈີນ ອາຍຸກວ່າ 3000 ປີ

ພົບໂສ້ງນຸ່ງເກົ່າແກ່ທີ່ສຸດໃນໂລກ ໃນເມືອງຈີນ ອາຍຸກວ່າ 3000 ປີ

Published on

 

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 5 ມິຖຸນາ ວ່າ ກຸ່ມນັກບູຮານຄະດີໃນຈີນ ໄດ້ຄົ້ນພົບວັດຖຸ ທີ່ເຊື່ອວ່າເປັນໂສ້ງເກົ່າແກ່ທີ່ສຸດໃນໂລກ ໂດຍມາອາຍຸກວ່າ 3 ພັນປີ.
ໃນລາຍງານລະບຸວ່າ ໂສ້ງດັ່ງກ່າວເຊິ່ງມີຈຳນວນຫຼາຍຜືນ ເຊື່ອວ່າເປັນໂສ້ງທີ່ເຮັດຈາກຂົນແກະ ຖືກພົບໃນສຸສານຝັງສົບບູຮານໃນເມືອງຢາງໄຮ່ ຄາດວ່າຈະມີອາຍຸກວ່າ 3 ພັນປີ ລວມທັງເຄື່ອງແຕ່ງກາຍຕ່າງໆ ໂດຍປະເມີນວ່າ ເຈົ້າຂອງໂສ້ງຜືນນີ້ມີອາຍຸປະມານ 40 ປີ ແລະສັງເກດຈາກການອອກແບບເຊື່ອວ່າ ໜ້າຈະເປັນໂສ້ງຂີ່ມ້າ ຈາກລັກສະນະຂອງໂສ້ງທີ່ຮັດຮູບຊື່ ແລະມີເປົ້າກວ້າງ ແລະໜ້າຈະເປັນໂສ້ງຂີ່ມ້າລຸ້ນທຳອິດ ທີ່ຖືກສືບທອດກັນມາຈົນເຖິງໂສ້ງຂີ່ມ້າລຸ້ນປັດຈຸບັນ ນອກຈາກນີ້ ຍັງມີການພົບວັດຖຸອື່ນໆ ໃນສຸສານດັ່ງກ່າວ ລວມທັງແສ້ຕີມ້າ ຄັນທະນູ ແລະຂວານເສິກ.

ດ້ານນັກປະຫວັດສາດຈຳນວນຫຼາຍທ່ານ ເຊື່ອວ່າ ໂສ້ງດັ່ງກ່າວຖືກເຮັດຂຶ້ນເພື່ອຂີ່ມ້າໂດຍສະເພາະ ເນື່ອງຈາກການຂີ່ມ້າດົນໆ ຈະເຮັດໃຫ້ຮູ້ສຶກອຶດອັດ ນອກຈາກນີ້ ໂສ້ງເຫຼົ່ານີ້ຍັງຖືກເຮັດຂຶ້ນໂດຍມີຂະໜາດສະເພາະຕາມຮູບຮ່າງຂອງຜູ້ນຸ່ງນຳອີກ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...