spot_img
Homeຂ່າວຕ່າງປະເທດພົບອີກ 2 ສົບ! ເຫດຄອນໂດຫຼູໄມອາມີຖະຫຼົ່ມ ລວມຍອດເສຍຊີວິດ 18

ພົບອີກ 2 ສົບ! ເຫດຄອນໂດຫຼູໄມອາມີຖະຫຼົ່ມ ລວມຍອດເສຍຊີວິດ 18

Published on

CBS News ລາຍງານ: ເຈົ້າໜ້າທີ່ພົບອີກ 2 ສົບທີ່ເປັນເດັກນ້ອຍ ອາຍຸ 4 ປີ ແລະ 10 ປີ, ເຮັດໃຫ້ຍອດຜູ້ເສຍຊີວິດເພີ່ມຂຶ້ນເປັນ 18 ຄົນ, ອີກ 145 ຄົນຍັງບໍ່ຮູ້ຊະຕາກຳຈາກເຫດຄອນໂດຫຼູແຄມທະເລໄມອາມີຖະຫຼົ່ມທີ່ສະຫະລັດອາເມລິກາ.

ເກືອບໜຶ່ງອາທິດທີ່ທີມງານກູ້ໄພຂອງສະຫະລັດສືບຕໍ່ປະຕິບັດພາລະກິດຄົ້ນຫາຜູ້ຫາຍສາບສູນ ແລະ ຊ່ວຍເຫຼືອຜູ້ລອດຊີວິດ ພາຍຫຼັງອາຄານທີ່ຢູ່ອາໄສ 12 ຊັ້ນ ໃນເມືອງ ເຊີຟໄຊດ໌, ລັດຟລໍຣີດາ ຖະຫຼົ່ມລົງມາໃນວັນທີ 24 ມິຖຸນາ.

ທ່ານ ແດນຽນລາ ເລວິນ ຄາວາ, ເຈົ້າເມືອງໄມອາມີ-ເດດ ເຄົາຕີ້ກ່າວວ່າ: ການຄົ້ນຫາຜູ້ຫາຍສາບສູນຈຳນວນ 145 ຄົນທີ່ຍັງບໍ່ຮູ້ຊະຕາຊີວິດ ຍັງຄົງດຳເນີນຕໍ່ໄປ,  ຖືເປັນຝັນຮ້າຍສຳລັບຜູ້ຢູ່ອາໄສທີ່ລອດຊີວິດທີ່ຈະຕາມຫຼອກຫຼອນພວກເຂົາໄປຕະຫຼອດ.

ໄອເລຍນາ ມອນຕີກິວໂດ ໜຶ່ງໃນຜູ້ລອດຊີວິດຈາກເຫດການລະທຶກຂວັນກ່າວວ່າ: ນາງສະເດີດຕື່ນຂຶ້ນຍ້ອນສຽງດັງເປັນຕາຢ້ານ ກ່ອນຈະເຫັນຮອຍແຕກຕາມຝາຫ້ອງປາກົດຂຶ້ນອ້ອມຮອບ, ຈາກນັ້ນຕົນຈິ່ງຮີບແລ່ນລົງໄປຊັ້ນລຸ່ມໂດຍບໍ່ຄິດຊີວິດ ສ່ວນຮອຍແຕກຂອງຕຶກກໍຍັງສົ່ງສຽງດັງຕາມຫຼັງນາງຕະຫຼອດເວລາ.

ຊາຣາ ໄນຣ໌ ຜູ້ລອດຊີວິດອີກຄົນກ່າວວ່າ: ນາງພັກຢູ່ຊັ້ນລຸ່ມຂອງຕຶກ, ພໍເມື່ອໄດ້ຍິນສຽງດັງຂຶ້ນກໍຮີບແລ່ນອອກໄປຂ້າງນອກທັນທີ, ພາບໂຮງຈອດລົດໃຕ້ດິນພັງລົງມາຍັງເປັນພາບຕິດຕາຂອງນາງຮອດມື້ນີ້.

“ພໍແຕ່ພວກເຮົາແລ່ນອອກມາຫວິດອາຄານບໍ່ພໍອຶດໃຈກໍເກີດມີ ສຽງດັງ ‘ຕູມ’ ສຸດແຮງ ແລ້ວພວກເຮົາກໍແນມບໍ່ເຫັນຫຍັງເລີຍ ຍ້ອນຄວັນສີຂາວປົກຄຸມໄປທົ່ວ” ຊາຣາ ໄນຣ໌ ກ່າວເພີ່ມ.

ພະນັກງານກູ້ໄພ 200 ກວ່າຄົນກຳລັງຄົ້ນຫາຜູ້ລອດຊີວິດຜ່ານກອງຊາກສະຫຼັກຫັກພັງ ໂດຍບໍ່ໄດ້ພັກຜ່ອນທັງກາງເວັນ ແລະ ກາງຄືນ ເຖິງແມ່ນຈະມີໂອກາດໜ້ອຍໃນການຊ່ວຍເຫຼືອຜູ້ສູນຫາຍທີ່ອາດຈະລອດຊີວິດກໍຕາມ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...