spot_img
Homeຂ່າວພາຍ​ໃນພົບສົບສອງຜົວ-ເມຍແຂວນຄໍ ຢູ່ແຂວງຫຼວງນ້ຳທາ

ພົບສົບສອງຜົວ-ເມຍແຂວນຄໍ ຢູ່ແຂວງຫຼວງນ້ຳທາ

Published on

ທ່ານ ຮທ ວິໄລ ໝັ້ນສະຫວ່າງ ຮອງຫົວໜ້າໜ່ວຍງານຄະດີອາຍາ-ເສດຖະກິດ ປກສ ເມືອງສິງ ແຂວງຫຼວງນ້ຳທາ ໃຫ້ຮູ້ວ່າ: ໃນວັນທີ 2 ກໍລະກົດ 2023 ໄດ້ຮັບແຈ້ງຈາກ ປກສ ກຸ່ມບ້ານທົ່ງໃໝ່ວ່າ ມີປະຊາຊົນພົບສອງຜົວເມຍແຂວນຄໍເສຍຊີວິດ ຢູ່ເຂດບ້ານຫ້ວຍນໍ້າແດງ ເມືອງສິງ ແຂວງຫຼວງນ້ຳທາ.

ພາຍຫຼັງອອກກວດສອບ ໄດ້ຮູ້ວ່າ ຜູ້ເສຍຊີວິດຊື່ ນາງ ເຈ່ຍ ອາຍຸ 34 ປີ ເສຍຊີວິດ ໃນວັນທີ 25 ມີຖຸນາ 2023 ແລະ ທ້າວ ວັງປ່າວຊົງ ອາຍຸ 33 ປີ ເສຍຊີວິດໃນເວລາປະມານ 17 ໂມງ ຂອງວັນທີ 1 ກໍລະກົດ 2023. ເຊິ່ງທັງສອງເປັນຜົວເມຍກັນ, ມີລູກນຳກັນ 6 ຄົນ, ຍິງ 3 ຄົນ. ກ່ອນໜ້ານັ້ນ ພວກກ່ຽວຢູ່ ບ້ານລອງຕ້ອງ ເມືອງສົບເບົາ ແຂວງຫົວພັນ.

ປັດຈຸບັນ ລູກທັງ 6 ຄົນ ແມ່ນໄດ້ພັກເຊົ່າຢູ່ເຮືອນ ທ້າວ ຈັນ ບ້ານສີລິເຮືອງ ເພື່ອລໍຖ້າໃຫ້ຍາດພີ່ນ້ອງມາຮັບໄປລ້ຽງ ສ່ວນສາເຫດທາງເຈົ້າໜ້າທີ່ພວມເກັບກຳຂໍ້ມູນ, ເອົາຄຳໃຫ້ການຈາກເຈົ້າຂອງສວນຢາງພາລາ ແລະ ຍາດພີ່ນ້ອງ.

ແຫຼ່ງຂ່າວ ຂ່າວ ປກສ ແຂວງຫຼວງນ້ຳທາ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...