spot_img
Homeຂ່າວພາຍ​ໃນພົບລະເບີດບໍ່ທັນແຕກ 133 ໜ່ວຍ ຢູ່ເຂດການຜະລິດຂອງປະຊາຊົນບ້ານຫາດຄໍ້ ເມືອງປາກອູ

ພົບລະເບີດບໍ່ທັນແຕກ 133 ໜ່ວຍ ຢູ່ເຂດການຜະລິດຂອງປະຊາຊົນບ້ານຫາດຄໍ້ ເມືອງປາກອູ

Published on

ดาวน์โหลด (1)
ແຫຼ່ງຂ່າວຈາກແຂວງຫຼວງພະບາງ ລາຍງານວ່າ: ທີມງານໂຄງການເກັບກູ້ລະເບີດ (ຄກລ) ປະຈຳແຂວງຕົນ 20 ຄົນ ຍິງ 2 ຄົນ
ໄດ້ລົງສຳຫຼວດລູກລະເບີດທີ່ຕົກຄ້າງຕັ້ງແຕ່ສົງຄາມຢູ່ເຂດການຜະລິດບ້ານຫາດຄໍ້ ເມືອງປາກອູ ແຕ່ວັນທີ 5 ກຸມພາເປັນຕົ້ນມາ
ຕາມການສະເໜີຂອງປະຊາຊົນບ້ານດັ່ງກ່າວ ເຊິ່ງເຫັນວ່າ ເນື້ອທີ່ບ້ານຫາດຄໍ້ 35.205 m2 ໄດ້ກວດພົບລູກລະເບີດບົມບີ່ 26
ຈຳນວນ 133 ໜ່ວຍ ໃນເນື້ອທີ່ 27.000 m2 ກວມ 76% ຍັງເຫຼືອ 8.205 m2 ລະເບີດທີ່ກວດພົບສ່ວນໃຫຍ່ ຢູ່ເຂດການຜະ
ລິດຂອງປະຊາຊົນ ເຊັ່ນ: ທົ່ງນາ ສວນ ແລະ ເຂດການຜະລິດອື່ນໆ ເຊິ່ງການລົງສຳຫຼວດເກັບກູ້ລະເບີດຢູ່ບ້ານດັ່ງກ່າວຈະໃຫ້ສຳ
ເລັດ ໃນວັນທີ 22 ກຸມພາ.
ຈາກການກວດພົບລະເບີດດັ່ງກ່າວ ໃນວັນທີ 20 ກຸມພານີ້ ໃນໂອກາດຢ້ຽມຢາມລາວຢ່າງເປັນທາງການ ທ່ານ ບ໋ອບ ຄາ ລັດຖະ
ມົນຕີ ກະຊວງການຕ່າງປະເທດອົດສະຕຣາລີ ທີ່ເປັນປະເທດຊ່ວຍເຫຼືອ ຄກລ ນັບແຕ່ມື້ເລີ່ມສ້າງຕັ້ງໂຄງການຈົນເຖິງປັດຈຸບັນຫຼາຍ
ກວ່າ 7 ລ້ານໂດລາສະຫະລັດ ກໍໄດ້ເດີນທາງໄປເບິ່ງການທຳລາຍລະເບີດຈຳນວນດັ່ງກ່າວ ຢູ່ສະຖານທີ່ກວດພົບລູກລະເບີດຕົວຈິງ
ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ສິງຕັນ ໄຊລືຊົງ ເຈົ້າເມືອງປາກອູ ດ້ວຍຄວາມອົບອຸ່ນ.
ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...