spot_img
Homeຂ່າວຢາເສບຕິດພົບຢາບ້າຈຳນວນຫຼາຍໃນລົດ ຟໍຈູນເນີ ທີ່ເກີດອຸບັດຕິດເຫດຢູ່ບ້ານສີຫອມ

ພົບຢາບ້າຈຳນວນຫຼາຍໃນລົດ ຟໍຈູນເນີ ທີ່ເກີດອຸບັດຕິດເຫດຢູ່ບ້ານສີຫອມ

Published on

ຈາກກໍລະນີ ລົດໃຫຍ່ ຍີ່ຫໍ້ຟໍຈູນເນີ້ສີເທົາ ເກີດອຸບັດເຫດຕຳກັບລົດໃຫຍ່ອີກ 2 ຄັນ ທີ່ຖະໜົນສຸພານຸວົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.

ພັທ ພອນໃຈ ພາມຸງຄຸນ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງຈັນທະບູລີ ໄດ້ໃຫ້ສຳພາດໃນລາຍການ ວາລະແຫ່ງຊາດການແກ້ໄຂບັນຫາຢາເສບຕິດ ວ່າ: ໃນວັນທີ 15 ມິຖຸນາ 2023 ເວລາປະມານ 00:00 ໂມງ ທີ່ຜ່ານມາ, ທາງເຈົ້າໜ້າທີ່ຕຳຫຼວດຈະລາຈອນໄດ້ຮັບແຈ້ງຈາກປະຊາຊົນວ່າ: ມີອຸບັດເຫດເກີດຂຶ້ນ ແລະ ເຈົ້າໜ້າທີ່ກໍໄດ້ລົງໄປກວດກາສະຖານທີ່ຕົວຈິງ ໄດ້ພົບເຫັນຢາເສບຕິດ ປະເພດຢາບ້າຢູ່ໃນລົດ ຈຳນວນ 28 ເປົາ, ນ້ຳໜັກລວມ 559 ກິໂລກຣາມ, ມີທັງໝົດ 5.494.000 ເມັດ, ສ່ວນຜູ້ຂັບຂີ່ແມ່ນໄດ້ເອົາຕົວຫຼົບໜີ.

ພາຍຫຼັງທາງເຈົ້າໜ້າທີ່ຈະລາຈອນພົບເຫັນ ກໍໄດ້ປະສານງານສົມທົບກັບ ກົມວິຊາສະເພາະ ແລະ ພະແນກການວິຊາສະເພາະທີ່ກ່ຽວຂ້ອງ ເພື່ອຮ່ວມກັນເຄື່ອນໄຫວຊອກຫາກຸ່ມດັ່ງກ່າວ, ປັດຈຸບັນແມ່ນຈັບກຸ່ມເປົ້າໝາຍໄດ້ຈຳນວນໜຶ່ງ ແລະ ຍັງຢູ່ໃນຂັ້ນຕອນການສືບສວນຂອງເຈົ້າໜ້າທີ່ຫາກຸ່ມດັ່ງກ່າວຕໍ່ໄປ.
—–
Cr. ໂທລະພາບນະຄອນຫຼວງ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...