spot_img
Homeຂ່າວຕ່າງປະເທດພົບປາອະໄວຍະວະເພດຫຼາຍພັນໂຕ ຖືກຄື້ນທະເລພັດມາໃສ່ແຄມຝັ່ງໃນອາເຈນຕິນ່າ

ພົບປາອະໄວຍະວະເພດຫຼາຍພັນໂຕ ຖືກຄື້ນທະເລພັດມາໃສ່ແຄມຝັ່ງໃນອາເຈນຕິນ່າ

Published on

ພົບປາອະໄວຍະວະເພດຫຼາຍພັນໂຕ ຖືກຄື້ນທະເລພັດມາໃສ່ແຄມຝັ່ງ ຈົນເຕັມຫາດໃນປະເທດອາເຈນຕິນ່າ.

ເກີດປາກົດການແຕກຕື່ນໃຫ້ກັບປະຊາຊົນທີ່ຢູ່ໃກ້ຄຽງນັ້ນ ໂດຍ ຢູເຣຄິສ ຢູນິຊິນຕັສ  (urechis unicinctus) ຈຳນວນຫຼາຍຖືກພັດມາໃສ່ແຄມຝັ່ງຢູ່ຫາດທາງພາກໃຕ້ຂອງປະເທດອາເຈນຕິນ່າ, “ຢູເຣຄິສ ຢູນິຊິນຕັສ” ຫຼື ເອີ້ນວ່າ “ປາອະໄວຍະວະເພດ” ເພາະມີຮູບຮ່າງທີ່ຄ້າຍຄືກັບອະໄວຍະວະເພດຊາຍ ມັນອາໄສຢູ່ຕາມດິນຕົມ ຫຼື ປະກາລັງ ມັກມຸດລົງໄປໃນຊາຍ ແລະ ຂຸດຮູກອງອາກາດ.

ຢູເຣຄິສ ຢູນິຊິນຕັສ ມີມາໄດ້ 300 ລ້ານປີແລ້ວ ແລະ ຊ່ວງຊີວິດຂອງມັນອາດຢູ່ເຖິງ 25 ປີ ມັນມີຂະໜາດປະມານ 25 ຊັງຕີແມັດ.

ຍັງມີລາຍງານວ່າ ຄົນຫາປາຈຳນວນຫຼາຍ ແຫ່ກັນໄປທີ່ຫາດເພື່ອໄປເກັບ ປາອະໄວຍະວະເພດ ເນື່ອງຈາກວ່າ ມັນເໝາະສົມທີ່ສຸດໃນການເປັນເຫຍື່ອຈັບປາ, ນອກນີ້ ຕາມແພດແຜນຈີນບາງຄົນ ຄືວ່າປາຊະນິດນີ້ ສາມາດບຳລຸງຮັກສາຮ່ງກາຍໄດ້ ໂດຍສະເພາະຕັບ ແລະ ຮັກສາສະພາບທີ່ກ່ຽວຂ້ອງກັບກະດູກສັນຫຼັງ ແລະ ບັນຫາໄຕ ພ້ອມວ່າມີລົດຊາດອ່ອນ ຄ້າຍຄືກັບຫອຍ.

ວິທີການປຸງອາຫານຂອງປາຊະນິດນີ້ ກໍຈະແຕກຕ່າງໄປຕາມແຕ່ລະປະເທດ ເຊິ່ງທາງເຫົາຫຼີໃຕ້ ມີການກິນແບບດິບ ທີ່ໃສ່ເກືອ ແລະ ນ້ຳມັນງາ ຫຼື ໃສ່ແຈ່ວໝາກເຜັດ ທີ່ເອີ້ນວ່າ ໂຄຊູຈັງ ເພື່ອໃຫ້ກິນງ່າຍອີກດ້ວຍ.

ທີ່ມາ dailymail

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...