spot_img
Homeຂ່າວຕ່າງປະເທດພົບຄົນເສຍຊີວິດຈາກການກິນຫອຍນາງລົມດິບ

ພົບຄົນເສຍຊີວິດຈາກການກິນຫອຍນາງລົມດິບ

Published on

ເຈົ້າໜ້າທີ່ສາທາລະນະສຸກນິວຢອກ  ແລະ ຄອນເນທິຄັດ ສະຫະລັດອາເມຣິກາ ກ່າວວ່າ ເມື່ອບໍ່ດົນມານີ້ ມີຜູ້ເສຍຊີວິດ 3 ຄົນ ພາຍຫຼັງທີ່ຕິດເຊື້ອພະຍາດກິນຊີ້ນ ເຊິ່ງອາດເກີດຈາກການກິນອາຫານທະເລດິບເຊັ່ນ ຫອຍນາງລົມ ຫຼື ລອຍນ້ຳໃນນ້ຳອຸ່ນເຄັມ.

ຈາກກໍລະນີຜູ້ເສຍຊີວິດ 3 ຄົນ ໃນນັ້ນ 2 ຄົນ ຢູ່ໃນລັດຄອນເນທິຄັດ ແລະ 1 ຄົນ ໃນລັດນິວຢອກ ເສຍຊີວິດຈາກການໄດ້ຮັບເຊື້ອພະຍາດກິນຊີ້ນ (Vibrio vulnificus).

ໃນລັດຄອນເນທິຄັດ ມີ 2 ຄົນເສຍຊີວິດພາຍຫຼັງທີ່ໄປລອຍນ້ຳອຸ່ນເຄັມ ແລະ ອີກ 1 ຄົນ ເສຍຊີວິດຈາກການກິນຫອຍນາງລົມ.

ຜູ້ຊ່ຽວຊານຮຽກຮ້ອງໃຫ້ປະຊາຊົນ ໃຊ້ມາດຕະການໃນການປ້ອງກັນຂັ້ນວິກິດ ເພື່ອຫຼີກລ່ຽງເຊື້ອ Vibrio vulnificus ເຊິ່ງເປັນພະຍາດກິນຊີ້ນທີ່ຫາຍາກແຕ່ອັນຕະລາຍ ຫຼັງຈາກເກີດກໍລະນີຫຼ້າສຸດ ເຈົ້າໜ້າທີ່ແນະນຳໃຫ້ປົກປ້ອງບາດແຜຈາກນ້ຳທະເລ ແລະ ຫຼີກລ່ຽງການກິນຫອຍດິບ ຫຼື ຫອຍທີ່ບໍ່ສຸກດີ.

ແຫຼ່ງຂ່າວ independent

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...