spot_img
Homeຂ່າວຕ່າງປະເທດພົນລະເມືອງອາເມຣິກາ ຂໍສະຫຼະສັນຊາດເພີ່ມຂຶ້ນ ໜີປະເທດຍ້ອນລັດເກັບພາສີສຸດແພງ!

ພົນລະເມືອງອາເມຣິກາ ຂໍສະຫຼະສັນຊາດເພີ່ມຂຶ້ນ ໜີປະເທດຍ້ອນລັດເກັບພາສີສຸດແພງ!

Published on

 

ກະຊວງການເງິນຂອງສະຫະລັດອາເມຣິກາ ເປີດເຜີຍລາຍງານໃນໄຕມາດລ່າສຸດ ເຊິ່ງພົບວ່າ ໃນຊ່ວງ 6 ເດືອນຕົ້ນປີ

ຂອງປີ 2014 ນີ້ ມີຊາວອາເມຣິກາຍື່ນໜັງສືຂໍສະຫຼະສັນຊາດອາເມຣິກັນ ສູງເຖິງ 1,577 ຄົນ.

 

ກ່ອນໜ້ານີ້ ໃນປີ 2013 ທີ່ຜ່ານມາ ອີງຕາມລາຍງານຂອງກະຊວງການເງິນຂອງສະຫະລັດລະບຸວ່າ ຍອດຊາວອາເມຣິ

ກັນທີ່ຂໍສະຫຼະສັນຊາດໃນປີທີ່ແລ້ວ ມີທັງໝົດ 2,999 ຄົນ ເຊິ່ງຖືເປັນໂຕເລກທີ່ເພີ່ມສູງຂຶ້ນເຖິງ 221% ທຽບໃສ່ຕົວ

ເລກໃນປີ2012 ທີ່ມີຍອດຜູ້ຂໍສະຫຼະສັນຊາດພຽງ 932 ຄົນ.

 

ທ່ານ ຊັດ ຊູເມີ ສະມາຊິກວຸດທິສະພາ ຫຼື ສະພາສູງສະຫະລັດ ຈາກລັດນິວຢອກ ສັງກັດພັກເດໂມແຄຣັດ ເຊິ່ງຖືໄດ້ວ່າ

ເປັນໜຶ່ງໃນຕົວຕັ້ງຕົວຕີງສຳຄັນ ໃນການຜັກດັນຮ່າງກົດໝາຍເກັບພາສີ “exit tax” ໃນອັດຕາທີ່ສູງເຖິງ 30% ແກ່

ຜູ້ທີ່ຂໍສະຫຼະສັນຊາດ ໄດ້ອອກມາຍອມຮັບວ່າ ເຫດຜົນສຳຄັນທີ່ເຮັດໃຫ້ຊາວອາເມຣິກັນ ຍື່ນໜັງສືຂໍສະຫຼະສັນຊາດ

ຂອງໂຕເອງເພີ່ມສູງຂັ້ນຢ່າງຕໍ່ເນື່ອງນັ້ນ ຄືເຫດຜົນດ້ານພາສີ ຈາກການທີ່ລັດຖະບານສະຫະລັດ ມີອັດຕາການຈັດ

ເກັບພາສີລາຍໄດ້ ທັງໃນສ່ວນຂອງບຸກຄົນທຳມະດາ ແລະ ບັນດາຜູ້ປະກອບການທຸລະກິດ ໃນອັດຕາທີ່ສູງກ່ວາຫຼາຍ

ປະເທດທົ່ວໂລກ ຄືອັດຕາການຈັດເກັບພາສີລາຍໄດ້ໃນສະຫະລັດ ມີອັດຕາສູງສຸດເຖິງ 39.6%

 

ດ້ວຍເຫດຜົນນັ້ນ ຈິ່ງເຮັດໃຫ້ຊາວອາເມຣິກັນ ໂດຍສະເພາະກຸ່ມຄົນທີ່ມີຖານະຈຳນວນຫຼວງຫຼາຍ ບໍ່ຕ້ອງການຖືກ

ຮຽກເກັບພາສີໃນອັດຕາສູງດັ່ງກ່າວ ແລະ ຄົນກຸ່ມນີ້ ເຊິ່ງສ່ວນໃຫຍ່ມີທຸລະກິດໃນຕ່າງປະເທດ ຈິ່ງມັກທີ່ຈະເລືອກ

ສະຫຼະສັນຊາດອາເມຣິກັນ ແລ້ວໄປຖືສັນຊາດຂອງປະເທດອື່ນ ທີ່ມີອັດຕາການຈັດເກັບພາສີລາຍໄດ້ ທີ່ຕ່ຳກ່ວາ ຫຼື

ໃຫ້ສິດທິພິເສດຕ່າງໆ ທັງທາງດ້ານເສດຖະກິດ ແລະ ສັງຄົມຫຼາຍກ່ວາ.

 

ທັງນີ້ ສະຫະລັດອາເມຣິກາ ຖືເປັນປະເທດດຽວໃນໂລກ ທີ່ມີການຮຽກເກັບພາສີຕໍ່ພົນລະເມືອງຂອງຕົນ ທີ່ບໍ່ໄດ້ມີ

ຖິ່ນພັກພາອາໄສໃນສະຫະລັດ ໃນອັດຕາເງື່ອນໄຂດຽວກັນກັບພົນລະເມືອງອາເມຣິກັນທີ່ອາໄສຢູ່ໃນປະເທດ.

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...