ພົນຕີແສງນວນ ໄຊຍະລາດ ລົງຊີ້ນຳວຽກງານພັກ-ວຽກງານການເມືອງ ຢູ່ເຂດພາກໃຕ້

fri13sep3

ສະຫາຍ ພົນຕີ ແສງນວນ ໄຊຍະລາດ ເລຂາທິການສູນ ກາງພັກ, ລັດຖະມົນຕີຊ່ວຍ ວ່າ ການກະຊວງປ້ອງກັນປະ
ເທດ,ຫົວໜ້າກົມໃຫຍ່ການ ເມືອງກອງທັບ, ໄດ້ລົງຊີ້ນຳ ກອງປະຊຸມສ່ອງແສງວຽກງານພັກ-ວຽກງານການເມືອງ ປະຈຳໄຕມາດ III ແລະ ທິດ ທາງປະຈຳໄຕມາດ IV ຢູ່ 4 ແຂວງພາກໃຕ້ທີ່ແຂວງສາລະວັນໄດ້ຮັບກຽດເປັນເຈົ້າ ພາບຈັດຂື້ນໃນຕອນເຊົ້າຂອງ ວັນທີ 9 ກັນຍາ 2013ນີ້, ຢູ່ ທີ່ຫ້ອງປະຊຸມຂອງກອງບັນ ຊາການທະຫານແຂວງສາລະ ວັນ ເຊິ່ງມີສະຫາຍ ພົນຈັດຕະ ວາ ຄຳບຸ່ນ ເຫຼື່ອມລາດ ຊະວົງ ຄະນະພັກກະຊວງປ້ອງກັນ ປະເທດ, ຫົວໜ້າກອງ “ກ 5”, ບັນດາສະຫາຍຄະນະພັກ-ຄະນະບັນຊາກອງບັນຊາ ການທະຫານແຂວງສາລະ ວັນ, ຈຳປາສັກ, ອັດຕະປື, ເຊ ກອງ, ໂຮງຮຽນກໍ່ສ້າງນາຍ ສິບເລກ 2, ໂຮງໝໍບໍລິເວນ 106 ແລະ ກົມທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການ ລາຍງານສະພາບການເຄື່ອນ ໄຫວວຽກງານພັກ-ວຽກງານ ການເມືອງ ແລະ ປະກົດການ ຫຍໍ້ທໍ້ທີ່ເກີດຂື້ນໃນສັງຄົມ ຈາກຄະນະນຳກົມກອງຕ່າງໆ ໃນໄລຍະ 3 ເດືອນຜ່ານມາ ຄະນະພັກ-ຄະນະບັນຊາ ແຕ່ລະກົມກອງທ້ອງຖິ່ນໄດ້ຖື ເອົາວຽກງານສຶກສາອົບຮົມ  ການເມືອງນຳພາ-ແນວຄິດ ໃຫ້ພະນັກງານ, ສະມາຊິກ ພັກ ແລະ ນັກຮົບ, ວຽກງານກໍ່ ສ້າງພັກ-ກໍ່ສ້າງພະນັກງານ ໃຫ້ມີຄວາມໜັກແໜ້ນທາງ ດ້ານການເມືອງ-ແນວຄິດ ແລະ ເຂັ້ມແຂງທາງດ້ານການ
ຈັດຕັ້ງ, ພ້ອມກັນຕ້ານ ແລະ ສະກັດກັ້ນບັນດາປະກົດການ ຫຍໍ້ທໍ້ທີ່ເກີດຂື້ນໃນສັງຄົມ ກໍ່ຄືໃນຂອບເຂດກົມກອງຮັບ ຜິດຊອບໃຫ້ມີຄວາມສະງົບ ປອດໄຟ 100% ຮັບປະກັນ ສ້າງໄດ້ກອງ 3 ປອດຄື: ປອດ ໃສ,ປອດໄພ, ປອດຄະດີ ພ້ອມກັນນັ້ນກໍ່ໄດ້ແລກປ່ຽນ ຄວາມຄິດຄວາມເຫັນຖອດ ຖອນບົດຮຽນເພື່ອຊອກຫາ ຊ່ອງທາງວິທີການຕ້ານ ແລະ ສະກັດກັ້ນບັນດາປະກົດການ ຫຍໍ້ທໍ້ທີ່ຈະເກີດຂື້ນໃນຕໍ່ໜ້າ.
ຕອນທ້າຍກອງປະຊຸມຍັງ ໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ແສງນວນ ໄຊຍະ ລາດ ເຊິ່ງກ່ອນອື່ນສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ຜົນງານທີ່ຍາດມາໄດ້ ໃນໄລຍະຜ່ານມາ, ພ້ອມທັງ ຮຽກຮ້ອງມາຍັງຄະນະພັກ-ຄະນະບັນຊາແຕ່ລະກົມກອງ, ທ້ອງຖິ່ນ 4 ແຂວງພາກໃຕ້, ຈົ່ງເອົາໃຈໃສ່ສຶກສາອົມຮົມ ການເມືອງນຳພາ-ແນວຄິດ ໃຫ້ພະນັກງານ, ສະມາຊິກ ພັກ-ນັກຮົບ ມີແນວຄິດອຸ່ນ ອຽນທຸ່ນທ່ຽງ, ຫ້າວຫັນໃນ ການປະຕິບັດໜ້າທີ່ວຽກງານ ວິຊາສະເພາະຂອງຕົນ, ປະ ກອບສ່ວນຢ່າງຕັ້ງໜ້າເຂົ້າ ໃນການປັບປຸງກໍ່ສ້າງພັກ-ກໍ່ ສ້າງພະນັກງານໃຫ້ມີຄວາມ ໜັກແໜ້ນທາງດ້ານການ ເມືອງແນວຄິດ ແລະ ເຂັ້ມ ແຂງທາງດ້ານການຈັດຕັ້ງ, ພ້ອມກັນຕ້ານສະກັດກັ້ນບັນ ດາປະກົດການຫຍໍ້ທໍ້ທີ່ຈະ ເກີດຂື້ນໃນຕໍ່ໜ້າໃຫ້ທັນເວ ລາ, ສ້າງເງື່ອນໄຂ ແລະ ສິ່ງ ອຳນວຍຄວາມສະດວກໃຫ້ ແກ່ກົມກອງທ້ອງຖິ່ນ ແລະ ປະຊາຊົນບັນດາເຜົ່າ, ສ້າງ ສາພັດທະນາເສດຖະກິດສັງ ຄົມເພື່ອແກ້ໄຂຄວາມທຸກ ຍາກຂອງປະຊາຊົນເຮັດໃຫ້  ປະເທດຊາດຫຼຸດພົ້ນອອກ ຈາກປະເທດດ້ອຍພັດທະນາ ໃນປີ 2020 ຕາມຄາດໝາຍ ທີ່ວາງໄວ້.

ທີ່ມາhttp://www.kongthap.gov.la