spot_img
Homeຂ່າວຕ່າງປະເທດພູ​ເຂົາໄຟ​ເຊ​ເມຣູ ໃນອິນໂດເນເຊຍ ເກີດເຫດປະທຸຂຶ້ນ

ພູ​ເຂົາໄຟ​ເຊ​ເມຣູ ໃນອິນໂດເນເຊຍ ເກີດເຫດປະທຸຂຶ້ນ

Published on

ພູ​ເຂົາໄຟ​ເຊ​ເມຣູ ໃນອິນໂດເນເຊຍ ເກີດເຫດປະທຸຂຶ້ນ ໃນ​ຕອນ​ເຊົ້າ​ວັນອາທິດ ທີ 4 ທັນວາ ຜ່ານມາ, ​ໄດ້​ເອົາຄວັນຂີ້ຖ່ານພັດ​ຂຶ້ນ​ສູ່​ຊັ້ນ​ບັນ​ຍາ​ກາດ​ສູງ 1.5 ກິ​ໂລ​ແມັດ ​ແລະ​ ລາ​ວາ​ໄຫຼລົ້ນອອກມາ ​ທາງ​ການ​ອິນໂດເນເຊຍປະ​ກາດ​ເຕືອນ​ໄພ​ລະດັບສູງ​ສຸດ.

ດ້ານສໍານັກງານອຸຕຸນິຍົມວິທະຍາຂອງຍີ່ປຸ່ນຊັ້ນສູງລາຍງານວ່າ: ຄວັນ ແລະ ຂີ້ຖ່ານປະທຸຂອງພູເຂົາໄຟເຊເມຣູມີການຂະຫຍາຍຕົວຂຶ້ນເທິງຟ້າ 15 ກິໂລແມັດ ແລະໄດ້ເຝົ້າລະວັງຄວາມເປັນໄປໄດ້ທີ່ເກີດຈາກສຶນາມິ.

ດ້ານໜ່ວຍງານຈັດການໄພພິບັດຂອງອົງການ (BNPB) ແນະນຳໃຫ້ປະຊາຊົນຫຼີກຫຼ່ຽງ ຫຼື ເຮັດກິດຈະກຳ ຫຼືໃຊ້ຊີວິດ ພາຍໃນລັດມີ 8 ກິໂລແມັດຂອງພູເຂົາໄຟເຊເມຣູ ແລະ ລະບຸວ່າ: ຂະນະນີ້ຍັງບໍ່ມີລາຍງານຜູ້ໄດ້ຮັບບາດເຈັບ ແລະ ເສຍຊີວິດ ໂດຍປະຊາຊົນ 1,979 ຄົນ ຖືກອົບພະຍົບອອກຈາກສູນພັກພິງ 11 ແຫ່ງ ແລະ ທາງການໄດ້ແຈກຈ່າຍ ໜ້າກາກອະນາໄມ ໃຫ້ກັບປະຊາຊົນແລ້ວ.

ສຳລັບພູເຂົາໄຟເຊເມຣູ ເປັນພູທີ່ສູງສຸດເທິງເກາະຊວາ ເຊິ່ງການປະທຸຂອງມັນຂ້ອນຂ້າງອັນຕະລາຍ ໃນການປະທຸເມື່ອປີທີ່ແລ້ວ ເຮັດໃຫ້ມີຄົນເສຍຊີວິດ 50 ຄົນ ແລະ ເຮັດປະຊາຊົນຫຼາຍພັນຄົນຕ້ອງອົບພະຍົບ.

ທີ່ມາ:PPTV

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...