spot_img
Homeຂ່າວຕ່າງປະເທດພູເຂົາໄຟໃນກົງໂກ ລະເບີດອີກຄັ້ງ ຫຼັງຈາກເຄີຍລະເບີດເມື່ອ 20 ປີ ກ່ອນ

ພູເຂົາໄຟໃນກົງໂກ ລະເບີດອີກຄັ້ງ ຫຼັງຈາກເຄີຍລະເບີດເມື່ອ 20 ປີ ກ່ອນ

Published on

ສຳນັກຂ່າວ ບີບີຊີ ລາຍງານວ່າ: ລັດຖະບານ ຂອງປະເທດກົງໂກ (Congo-Democratic Republic of Congo) ປະເທດທີ່ໃຫຍ່ອັນດັບສອງ ຂອງທະວີບອາຟຣິກກາ ປະກາດແຜນອົບພະຍົບປະຊາຊົນ ໃນເມືອງໂກມາ ເຊິ່ງຢູ່ທາງທິດຕະວັນອອກ ຂອງປະເທດ ຫຼັງຈາກພູເຂົາໄຟ ເອັນຢີຣາກົງໂກ (Nyiragongo) ເຊິ່ງເປັນພູເຂົາໄຟທີ່ມີຂະໜາດໃຫຍ່ ລະເບີດຂຶ້ນ ໃນຕອນເດິກ ຂອງວັນເສົາ ທີ 22 ພຶດສະພາ 2021 ທີ່ຜ່ານມາ ເຮັດໃຫ້ມີລາວາ ແລະ ຄວັນໄຟສີສົ້ມລອຍຂື້ນເທິງຟ້າ ປົກຄຸມເມືອງໂກມາ ເຊິ່ງມີປະຊາກອນ 2 ລ້ານ ຄົນ.

ພູເຂົາໄຟ ເອັນຢີຣາກົງໂກ (Nyiragongo) ຢູ່ຫ່າງຈາກຕົວເມືອງໂກມາ ພຽງແຕ່ 10 ກິໂລແມັດ, ແລະ ເຄີຍລະເບີດຂື້ນເມື່ອ ປີ 2002 ຫຼື ປະມານ 20 ປີ ກ່ອນ ເຮັດໃຫ້ມີຜູ້ເສຍຊີວິດໃນເຫດການຄັ້ງນັ້ນ 250 ຄົນ ແລະ ເຮັດໃຫ້ ປະຊາຊົນເກືອບ 120,000 ຄົນ ບໍ່ມີເຮືອນຢູ່.

ຍ້ອນເຫດການໃນອາດີດ ເຮັດໃຫ້ປະຊາຊົນທ້ອງຖິ່ນ ຈຳນວນຫຼວງຫຼາຍເກັບເຄື່ອງຂອງ ຕຽມອົບພະຍົບ ກ່ອນທີ່ລັດຖະບານຈະປະກາດໃຫ້ອົບພະຍົບ ສ່ວນໃຫຍ່ປະຊາຊົນຍ່າງໄປເຂດຊາຍແດນ ປະເທດຮູວັນດາ (Rwanda- Republic of Rwanda) ທາງທິດຕາເວັນອອກ ຂອງທະວີບອາຟຣິກກາ ສ່ວນປະຊາຊົນອີກຈຳນວນໜຶ່ງ ແມ່ນຂື້ນໄປຢູ່ບ່ອນສູງ ທາງຕາວັນຕົກ ຂອງເມືອງ ໂກມາ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...