spot_img
Homeຂ່າວຕ່າງປະເທດພີ່ນ້ອງຫລາຍ! ງານລ້ຽງລວມຍາດຕະກູນຫວງຢູ່ຈີນ ມີພີ່ນ້ອງເຂົ້າຮ່ວມກວ່າ 32,000 ຄົນ ຈາກທົ່ວໂລກ!

ພີ່ນ້ອງຫລາຍ! ງານລ້ຽງລວມຍາດຕະກູນຫວງຢູ່ຈີນ ມີພີ່ນ້ອງເຂົ້າຮ່ວມກວ່າ 32,000 ຄົນ ຈາກທົ່ວໂລກ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 17 ພະຈິກນີ້ວ່າ ບັນດາຍາດຕິພີ່ນ້ອງ ຕະກູນຫວງ ຈາກທົ່ວໂລກ ໄດ້ຈັດງານລ້ຽງລວມຍາດ ໃນວັນທີ 13 ພະຈິກ 2016 ທີ່ຜ່ານມາ ຢູ່ບ້ານເຊັ່ຍຊາ ເຂດຝູຖຽນ ເມືອງເຊິນເຈິ້ນ ແຂວງກວາງຕຸ້ງ ປະເທດຈີນ ຊຶ່ງເປັນງານລ້ຽງລວມຍາດຕະກູນຫວງ ລຸ້ນທີ 12 ຄັ້ງທີ 3 ໂດຍພາຍໃນງານ ໄດ້ມີການຈັດລ້ຽງອາຫານ 3,200 ໂຕະ ເພື່ອຮອງຮັບຍາດຕິພີ່ນ້ອງ ທີ່ເດີນທາງເຂົ້າມາຮ່ວມ ຫລາຍກວ່າ 32,000 ຄົນ.

ເຈົ້າໜ້າທີ່ຜູ້ຈັດງານ ຊຶ່ງເປັນໜຶ່ງໃນສະມາຊິກຕະກູນຫວງ ໄດ້ເປີດເຜີຍວ່າ ພີ່ນ້ອງທີ່ເຂົ້າມາຮ່ວມຄັ້ງນີ້ ເດີນທາງມາຈາກ 28 ປະເທດທົ່ວໂລກ ແລະ ເມືອງຕ່າງໆທົ່ວປະເທດຈີນ ຊຶ່ງນອກຈາກຈະມີການຈັດງານລ້ຽງອາຫານແລ້ວ ພາຍໃນງານຍັງມີການສະແດງເຊີ້ງສິງໂຕ ແລະ ການສະແດງມ່ວນຊື່ນອື່ນໆຢ່າງຄຶກຄື້ນ.

1-1_1479354972 1-2_1479354973 1-3_1479354973

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...