spot_img
Homeຂ່າວເຫດການພີເອັສ ມອບເງິນຊ່ວຍເຫຼືອໄພພິບັດມູນຄ່າ 50 ລ້ານກີບ

ພີເອັສ ມອບເງິນຊ່ວຍເຫຼືອໄພພິບັດມູນຄ່າ 50 ລ້ານກີບ

Published on

ເພື່ອເປັນການຊ່ວຍເຫຼືອໃຫ້ກັບຜູ້ທີ່ຖືກເຄາະຮ້າຍຈາກໄພພິບັດທາງທຳມະຊາດ (ນ້ຳຖ້ວມ) ໃນໄລຍະຜ່ານມາໃນວັນທີ 11 ພະຈິກ ຜ່ານມາທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ມີພິທີມອບ-ຮັບເງິນຊ່ວຍເຫຼືອ ຈຳນວນ 50 ລ້ານກີບ ຕາງໜ້າ ມອບໂດຍ ທ່ານ ນາງ ສຸກນາລີ ເທບສີເມືອງ ປະທານບໍລິສັດ ພີເອັສ ສົ່ງເສີມກະສິກຳ-ອຸດສາຫະກຳຄົບວົງຈອນ ຈຳກັດ ແລະ ຮັບໂດຍທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງ ຮສສ ພ້ອມ ຄະນະທັງ 2 ຝ່າຍເຂົ້າຮ່ວມ.

ທ່ານ ຄຳແພງ ໄຊສົມແພງ ກ່າວວ່າ: ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແມ່ນອົງການໜຶ່ງທີ່ເຮັດວຽກຊ່ວຍເຫຼືອຜູ້ປະສົບໄພຕ່າງໆ ເປັນຫຼັກໂດຍການເກັບທ້ອນໂຮມເງິນ ແລະ ສິ່ງບໍລິຈາກຕ່າງໆເພື່ອນຳໄປແຈກຢາຍໃຫ້ປະຊາຊົນຜູ້ທຸກຍາກ ແລະ ທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດຢູ່ຕາມທ້ອງຖິ່ນຕ່າງໆເຖິງຢ່າງໃດກໍຕາມກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກໍຍັງຕ້ອງການເງິນຊ່ວຍເຫຼືອຕື່ມອີກ ຈຳນວນຫຼາຍເພື່ອນຳໄປຊ່ວຍເຫຼືອປະຊາຊົນຜູ້ທຸກຍາກ ແລະ ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດ (ນ້ຳຖ້ວມ- ໄພໜາວ) ແລະ ເກັບໄວ້ເປັນຄັງແຮ ເວລາສຸກເສີນ ເພື່ອຊ່ວຍເຫຼືອປະຊາຊົນໃນຄັ້ງຕໍ່ໄປໃຫ້ທັນການ.

ພ້ອມກັນນີ້ ທ່ານ ຄຳແພງ ໄຊສົມແພງ ກໍຍັງໄດ້ກ່າວເພື່ອເປັນການເຊີນຊວນມາຍັງບັນດາການຈັດຕັ້ງພາກລັດ, ເອກະຊົນ, ບັນດາທຸລະກິດຫ້າງຮ້ານ, ບັນດາຊັ້ນຄົນ ແລະ ອົງການຈັດຕັ້ງໃນສັງຄົມຜູ້ມີກຳລັງຊັບ, ມີວັດຖຸສາມາດປະກອບສ່ວນຊ່ວຍເຫຼືອພໍ່ແມ່ປະຊາຊົນທີ່ພວມຫຍຸ້ງຍາກສັບສົນທີ່ສຸດໃນປະຈຸບັນ ຊຶ່ງບັນດາທ່ານ ຫຼື ບັນດາພາກສ່ວນຕ່າງໆ ສາມາດພົວພັນໂດຍກົງ ຫາກົມສັງຄົມສົງເຄາະກະຊວງແຮງງານ ແລະ ສະຫວັດດີການສັງຄົມທີ່ເບີໂທ: 021 213005, 222776 ຫຼື 020 5552 1811, 2222 5185, 2222 8154, 5567 5089, 2223 2212, 5567 6987.

ຂ່າວ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...