spot_img
Homeເກັບຕົກ-ເລື່ອງແປກພິສູດປະກົດການ "ບັ້ງໄຟພະຍານາກ" 2016 ໃນຄືນມື້ອອກພັນສາ

ພິສູດປະກົດການ “ບັ້ງໄຟພະຍານາກ” 2016 ໃນຄືນມື້ອອກພັນສາ

Published on

ເຖິງປີນີ້ບັນຍາກາດຈະບໍ່ຄຶກຄື້ນຄືທຸກປີ ແຕ່ກໍ່ຍັງມີປະຊາຊົນຈຳນວນບໍ່ໜ້ອຍເດີນທາງມາເບິ່ງປະກົດການບັ້ງໄຟພະຍານາກ ໃນຄືນມື້ອອກພັນສາ ຂຶ້ນ 15 ຄ່ຳ ເດືອນ 11 ຫຼື ເມື່ອວັນທີ 16 ຕຸລາ 2016 ທີ່ຜ່ານມາ ທີ່ແຄມຝັ່ງແມ່ນ້ຳຂອງ ຈັງຫວັດໜອງຄາຍ ແລະ ຈັງຫວັດ ບຶງການ ເປັນປະຈຳໃນແຕ່ລະປີ ກໍ່ຈະມີທີມງານພິສູດປະກົດການບັ້ງໄຟພະຍານາກ ໄປເຝົ້າບັນທຶກພາບເພື່ອພິສູດປະກົດການແບບນີ້ປີລະເທື່ອ

559

ຜູ້ສື່ຂ່າວລາຍງານວ່າ ທີມງານຈາກແຟນເພສ ພິສູດບັ້ງໄຟພະຍານາກ ລົງພື້ນທີ່ ບ້ານ ນ້ຳເປ ອຳເພີ ຣັດຕະນາວາປີີ ຈັງຫວັດໜອງຄາຍ ໂດຍກຽມກ້ອງຖ່າຍທຳໄວ້ 4 ກ້ອງ ໃຊ້ເຕັກນິກການຖ່າຍພາບແບບ Low Speed Shutter ຫຼື ການເປີດໜ້າກ້ອງດົນໆ ພາບລະ 10 ວິນາທີ ຕໍ່ເນື່ອງຕະຫຼອດປະກົດການ ຫາກມີດວງໄຟຂຶ້ນທາງໃດ ຈະປະກົດເປັນລຳແສງຂຶ້ນອອກມາຈາກໜ້ານ້ຳຕາມທີ່ປະກົດໃນພາບດັ່ງຕໍ່ໄປນີ້ ເຊິ່ງເລີ່ມແຕ່ເວລາ 18:30 ໂມງ ກໍ່ເລີ່ມມີບັ້ງໄຟດວງທຳອິດຂຶ້ນຈາກໜ້ານ້ຳ ເຮັດໃຫ້ຜູ້ໄປລໍຖ້າຊົມ ຕື່ນຕາຕື່ນໃຈ ປີນີ້ບັ້ງໄຟພະຍານາກຂຶ້ນບໍ່ຮອດ 10 ລູກ ຈາກທີ່ຜ່ານມາເຄີຍຂຶ້ນເປັນຮ້ອຍໆດວງ ຂຶ້ນທີ່ໜອງຄາຍ 5 ດວງ ແລະ ຝັ່ງບ້ານທ່າມ່ວງ ເມືອງ ຫາດຊາຍຟອງ ຝັ່ງລາວ ພຽງ 3 ດວງ ເທົ່ານັ້ນ

480 320

ຂ່າວຈາກ: https://www.khaosod.co.th/monitor-news/news_63765
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...