ພິທີເຊັນສັນຍາເຊົ່າທີ່ດິນຂອງລັດ ເພື່ອດໍາເນີນໂຄງການສ້າງໂຮງງານຜະລິດປຸງແຕ່ງໂຊດາໄຟ

0
683

ໃນວັນທີ 18 ພະຈິກ 2022 ຜ່ານມານີ້, ກະຊວງການເງິນ, ໄດ້ຕາງໜ້າລັດຖະບານ ລົງນາມໃນສັນຍາ ເຫັນດີໃຫ້ ບໍລິສັດລາວ-ຈິນດາອຸດສະຫະກໍາ ຈໍາກັດຜູ້ດຽວ, ເຊົ່າທີ່ດິນຂອງລັດຈໍານວນ 52 ເຮັກຕາກວ່າ ເພື່ອດໍາເນີນໂຄງການສ້າງໂຮງງານຜະລິດປຸງແຕ່ງໂຊດາໄຟ ຢູ່ບ້ານດົງໃຕ້ ເມືອງທ່າແຂກ ແຂວງຄໍາມ່ວນກັບ ຊຶ່ງລົງນາມໂດຍ ທ່ານ ພຸດທະສິນ ເຮືອງທະວົງ ຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ແລະ ທ່ານ Meng Ling Sheng ຜູ້ອໍານວຍການບໍລິສັດ ລາວ-ຈິນດາອຸດສະຫະກໍາ ຈໍາກັດຜູ້ດຽວ, ມີຄະນະກົມຄຸ້ມຄອງຊັບສິນ ແຫ່ງລັດ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຕາງໜ້າຈາກກົມອ້ອມຂ້າງກະຊວງການເງິນ ແລະ ບໍລິສັດ ລາວ-ຈິນດາອຸດສະຫະກໍາຈໍາກັດຜູ້ດຽວ ເຂົ້າຮ່ວມ.

ສຳລັບໂຄງການສ້າງໂຮງງານຜະລິດປຸງແຕ່ງໂຊດາໄຟ ໃນເນື້ອທີ່ດັ່ງກ່າວ ມີກໍານົດອາຍຸສັນຍາເຊົ່າທີ່ດິນຂອງລັດ 30 ປີ, ເລີ່ມແຕ່ປີ 2022-2052, ສໍາລັບອັດຕາຄ່າເຊົ່າແມ່ນປະຕິບັດຕາມລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍ ອັດຕາຄ່າເຊົ່າ ແລະ ຄ່າສໍາປະທານທີ່ດິນຂອງລັດ ສະບັບເລກທີ 02/ປປທ, ລົງວັນທີ 18 ພະຈິກ 2009 ມາດຕາ 6, ເພື່ອກິດຈະການອຸດສາຫະກໍາຂໍ້ທີ 15 ໃນອັດຕາ 800 ໂດລາສະຫະລັດ/ເຮັກຕາ/ປີ, ຊຶ່ງເລີ່ມເກັບຄ່າເຊົ່ານັບແຕ່ປີ 2022 ເປັນຕົ້ນໄປ ແລະ ທຸກໆ 5 ປີໃດໃຫ້ເພີ່ມຂຶ້ນ 5% ຂອງອັດຕາເຊົ່າທີ່ດິນຂອງລັດ.

ນອກນັ້ນ, ບໍລິສັດຍັງເຫັນ ດີມອບເງິນບ້ວງເງິນຕິດຕາມສັນຍາເຊົ່າ-ສໍາປະທານທີ່ດິນຂອງລັດ ຈໍານວນ 1.000 ໂດລາສະຫະລັດ/ປີ ຕື່ມອີກ.