spot_img
Homeຂ່າວທ້ອງຖິ່ນພາຍຸລະດູຮ້ອນຈະສືບຕໍ່ພັດຜ່ານພາກເໜືອຫາພາກກາງຈົນຮອດວັນທີ 8 ມີນານີ້

ພາຍຸລະດູຮ້ອນຈະສືບຕໍ່ພັດຜ່ານພາກເໜືອຫາພາກກາງຈົນຮອດວັນທີ 8 ມີນານີ້

Published on

ຄວາມກົດດັນສູງຂອງອາກາດເຢັນໄດ້ປົກຄຸມເຂດພາກເໜືອ ລົງຫາ ພາກກາງຂອງ ປະເທດລາວ, ສົມທົບກັບກະແສລົມຕາເວັນຕົກ – ຕາເວັນ ຕົກສ່ຽງໃຕ້ທີມີກຳລັງແຮງ ປານກາງພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງຈະເຮັດໃຫ້ມີຝົນຍັງສືບຕໍ່ຕົກ ໃນລະດັບຄ່ອຍເປັນບໍລິເວນກວ້າງ ແລະ ຕົກໃນລະດັບປານກາງ ພ້ອມຈະມີຟ້າຮ້ອງຟ້າເຫຼື້ອມ, ຟ້າຜ່າ, ໝາກເຫັບຕົກ ແລະ ມີລົມພັດແຮງ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ດັ່ງນັ້ນ, ຈຶ່ງແຈ້ງເຕືອນໃຫ້ປະຊາຊົນບັນດາເຜົ່າ ແລະ ອຳນາດການປົກຄອງທຸກພາກສ່ວນ ຈົ່ງມີສະຕິຕໍ່ສະພາບຝົນຕົກ, ລົມແຮງ ແລະ ໃຫ້ຢູ່ຫ່າງໄກຈາກຕົ້ນໄມ້ໃຫຍ່, ສິ່ງປຸກສ້າງທີ່ບໍ່ໄດ້ມາດຕະຖານ, ພ້ອມນີ້ໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງເປັນປະຈໍາ.

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຄາດຄະເນສະພາບອາກາດໃນລະຫວ່າງ ວັນທີ 6-8 ມີນາ 2020 ວ່າ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ຈາກສະພາບອາກາດດັ່ງກ່າວ, ໃນວັນທີ 2 ມີນາ 2020 ເວລາປະມານ 17:00 ໂມງນີ້ ໄດ້ມີພາຍຸລະດູຮ້ອນພັດເຂົ້າຖະລົ່ມເຂດບ້ານ ເພຍລາດ,​ ເມືອງ ສັງທອງ,​ ນະຄອນຫຼວງວຽງຈັນ ຊຶ່ງມີທັງລົມພັດແຮງ ແລະ ຫມາກເຫັບຕົກ ສ້າງຄວາມເສຍຫາຍແກ່ບ້ານເຮືອນຂອງປະຊາຊົນ,​ ຕົ້ນໄມ້ຫັກ ເປັນຈຳນວນຫຼາຍ ແຕ່ຍັງບໍ່ມີລາຍງານຜູ້ໄດ້ຮັບບາດເຈັບ ແລະ ເວລາປະມານ 16:00 ໂມງ ຂອງວັນທີ 4 ມີນາ ໄດ້ມີພະຍຸລະດູຮ້ອນພັດເຂົ້າ ນະຄອນຫຼວງພະບາງ ເຊິ່ງສ້າງຄວາມເສຍຫາຍແກ່ບ້ານເຮືອນ, ຮ້ານຄ້າ ຂອງປະຊາຊົນ ແລະ ສິ່ງປຸກສ້າງ ອື່ນໆ.

ທ່ານ ນາງ ວິໄລວັນ ທະນອມສັກ ຫົວໜ້າຫ້ອງວ່າການ ນະຄອນຫຼວງພະບາງ ແຈ້ງໃຫ້ຊາບວ່າ: ພະຍຸລະດູຮ້ອນພັດເຂົ້າຖະລົ່ມຫຼາຍຈຸດເຂດແຄມແມ່ນໍ້າຂອງ ນະຄອນຫຼວງພະບາງ, ຊຶ່ງມີທັງຝົນ ແລະ ລົມພັດແຮງ ເຫດການດັ່ງກ່າວ ເຮັດໃຫ້ຈຳນວນ 3 ບ້ານ ຄື: ຊຽງທອງ, ວັດໜອງ ແລະ ໂພນເຮືອງ ໄດ້ຮັບຜົນກະທົບເສຍຫາຍຫຼາຍສົມຄວນ ເຊິ່ງມູນຄ່າເສຍຫາຍຍັງບໍທັນປະເມີນເທື່ອ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...