spot_img
Homeຂ່າວການພັດທະນາພາກສ່ວນກ່ຽວຂ້ອງ ຫາລືກຽມອອກລະບຽບ ການຄຸ້ມຄອງວັງສະຫງວນ ໃຫ້ມີປະສິດທິຜົນ

ພາກສ່ວນກ່ຽວຂ້ອງ ຫາລືກຽມອອກລະບຽບ ການຄຸ້ມຄອງວັງສະຫງວນ ໃຫ້ມີປະສິດທິຜົນ

Published on

ວັນທີ 7-8 ພະຈິກນີ້, ກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກຳ ແລະ ປ່າໄມ້, ໄດ້ຈັດກອງປະຊຸມປຶກສາຫາລື ການລິເລີ່ມສ້າງຄູ່ມືປະເມີນປະສິດທິພາບການ ສ້າງວັງສະຫງວນຢູ່ ສປປ ລາວ ຂຶ້ນທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ຮອງຫົວໜ້າພະແນກປະມົງ ກົມລ້ຽງສັດ ແລະ ການປະມົງ ມີຜູ້ຕາງໜ້າຈາກອົງການກອງທືນອະນຸລັກທຳມະຊາດໂລກ ປະຈຳລາວ (WWF laos) ແລະ ຂະໜງການລ້ຽງສັດ ແລະ ການປະມົງເຂົ້າຮ່ວມເປັນຈຳນວນຫຼາຍ.

ກອງປະຊຸມໄດ້ລາຍງານປະຫວັດຄວາມເປັນມາ ຂອງການເຮັດວຽກຮ່ວມກັບຊຸມຊົນ ໃນການສ້າງແຫຼ່ງອະນຸລັກປາ ຫຼື ວັງສະຫງວນ, ໂດຍສະເພາະແມ່ນການຊຸກຍູ້ສົ່ງເສີມການປະມົງແບບຍືນຍົງ, ການປົກປັກຮັກສາຊະນິດພັນປາ ແລະ ມາຮອດປັດຈຸບັນທົ່ວປະທເດເຮົາ ສາມາດສ້າງວັງສະຫງວນໄດແລ້ວປະມານ 1 ພັນກວ່າແຫ່ງ, ເພື່ອຕອບສະໜອງການຄ້ຳປະກັນ ດ້ານລະບຽງອາຫານໃຫ້ພຽງພໍກັບຄວາມຕ້ອງການຂອງສັງຄົມ ແລະ ເພື່ອເຮັດໃຫ້ການສ້າງ ແລະ ຄຸ້ມຄອງວັງສະຫງວນມີປະສິດທິພາບ ແລະ ເຂັ້ມງວດກວ່າເກົ່າ, ກົມປະມົງຈຶ່ງໄດ້ຮ່ວມກັບພາກສ່ວນກ່ຽວຂ້ອງຕ່າງໆ, ໂດຍສະເພາະແມ່ນພາກສ່ວນທີ່ນ້ຳໃຊ້ແຫຼ່ງນ້ຳ ຈັດກອງປະຊຸມນີ້ຂຶ້ນ, ເພື່ອສ້າງຄູ່ມື ແລະ ອອກລະບຽບການຄຸ້ມຄອງ ແລະ ແບ່ງເຂດວັງສະຫງວນ ສະເພາະ,ເພື່ອເປັນການອະນຸລັກລະບົບນິເວດຊີວະນາໆພັນທາງນ້ຳ ໃຫ້ມີຄວາມອຸດົມສົມບູນ ແລະ ຍືນຍົງ, ຊຶ່ງປື້ມຄູ່ມືດັ່ງກ່າວແມ່ນເຄື່ອງມືໜຶ່ງ ທີ່ໃຊ້ໃນການປະເມີນ ແລະ ຊ່ວຍໃຫ້ຊຸມຊົນ ແລະ ອົງການຈັດຕັ້ງກ່ຽວຂ້ອງ ຮັບຮູ້ຂໍ້ມູນ ແລະ ປະສິດທິພາບກ່ຽວກັບການສ້າງວັງສະຫງວນ, ໂດຍສະເພາະແມ່ນການສະເໜີຕົວຊີ້ວັດຕ່າງໆ ໃນການປະຕິບັດວຽກງານຕົວຈິງ, ເພື່ອຊ່ວຍໃຫ້ການຈັດຕັ້ງປະຕິບັດກິດຈະກຳຕ່າງໆ ໃນການສ້າງວັງສະຫງວນມີປະສິດທິຜົນດີຂຶ້ນ, ເຮັດໃຫ້ທຸກພາກສ່ວນມີການຮ່ວມມືກັນຫຼາຍຂຶ້ນ, ໂດຍສະເພາະມແມ່ນ ການຄຸ້ມຄອງວັງສະຫງວນ ໃຫ້ມີປະສິດທິຜົນກວ່າເກົ່າ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...