spot_img
Homeຂ່າວການພັດທະນາພະແນກພະລັງງານ ແລະ ບໍ່ແຮ່ ນ.ວ ແຈ້ງຢຸດຈົກດິນຂາຍ ໃນໄລຍະລະດູຝົນ!

ພະແນກພະລັງງານ ແລະ ບໍ່ແຮ່ ນ.ວ ແຈ້ງຢຸດຈົກດິນຂາຍ ໃນໄລຍະລະດູຝົນ!

Published on

truck

ຂປລ. ພະແນກພະລັງງານແລະ ບໍ່ແຮ່ ນະຄອນຫລວງວຽງຈັນໄດ້ອອກແຈ້ງການເຖິງ ຫົວໜ້າຫ້ອງການ ພະລັງງານແລະ ບໍ່ແຮ່ປະຈຳເມືອງ, ບັນດາບໍລິສັດແລະ ຜູ້ປະກອບການທຸລະກິດຈົກດິນ ປະເພດຕ່າງໆ ໃນນະຄອນຫລວງວຽງຈັນໃຫ້ຢຸດເຊົ່າການຈົກດິນໃນໄລຍະລະດູຝົນ ນັບແຕ່ວັນທີ 30 ມິຖຸນາເຖິງ 31 ຕຸລາ 2015.

ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ວຽກງານຄຸ້ມຄອງດ້ານບໍ່ແຮ່ຢູ່ນະຄອນຫລວງວຽງຈັນ ມີຄວາມເປັນລະບຽບຮຽບຮ້ອຍແລະເປັນເອກະພາບ ໃນການຈັດຕັ້ງປະຕິບັດຄື: ​ໃຫ້ຢຸດເຊົາການຈົກດິນ ປະເພດຕ່າງໆ ນັບແຕ່ວັນທີ 30 ມິຖຸນາເຖິງ 31 ຕຸລາ 2015 ​ເພາະໄລຍະນີ້ເປັນລະດູຝົນເຊິ່ງການຂົນສົ່ງດິນປະເພດຕ່າງໆໄດ້ສ້າງຄວາມເປີະເປື້ອນ ແກ່ເສັ້ນທາງແລະ ທາງບາງບ່ອນບໍ່ສາມາດຮັບນ້ຳໜັກ ຂອງລົດບັນທຸກໜັກໄດ້ ຈຶ່ງພາໃຫ້ສະພາບ ເສັ້ນທາງເກີດເປັນບວກ, ​ເປັນຂຸມ, ນ້ຳຂັງ, ​ເປີະເປື້ອນແລະ ສ້າງຄວາມເສຍຫາຍ ແກ່ຊັບສິນຂອງລັດແລະ ຂອງບຸກຄົນ. ສຳລັບໂຄງ ການກໍ່ສ້າງຕ່າງໆ ທີ່ໄດ້ຮັບບູລິມະສິດ ຈາກລັດຖະບານແລະເປັນໂຄງການເລັ່ງດ່ວນ ແມ່ນໃຫ້ສ້າງແຜນການຂໍ​ ສືບຕໍ່​ຈົກ​ດິນ ພ້ອມ​ທັງ​ມີ​ຕົວ​ເລກ​ບໍລິ​ມາດ​ດິນ ທີ່​ຕ້ອງການ​ສະໜອງ​ເຂົ້າຮັບ​ໃຊ້ ​ໂຄງການ​ທັງ​ໝົດ ​ໂດຍ​ແມ່ນ​ເຈົ້າ​ຂອງ​ໂຄງການ (ຍທຂ) ​ເປັນ​ຜູ້​ຢັ້ງຢືນ ​ແລ້ວ​ສະ​ເໜີ​ມາ​ຍັງ​ພະ​ແນກພະລັງງານ ​ແລະ ບໍ່​ແຮ່ ນະຄອນຫລວງ​ວຽງ​ຈັນ ​ເພື່ອຄົ້ນຄວ້າ, ສົມທົບ​ກັບ​ຂະ​ແໜງ​ການ​ກ່ຽວຂ້ອງ​ພິຈາລະນາ.

ພ້ອມ​ ກັນ​ນີ້ ກໍ​ໄດ້​ແຈ້ງ​ໃຫ້​ຫົວໜ້າ​ພະ​ແນ​ກການ, ຫົວໜ້າ​ຫ້ອງການພະລັງງານ ​ແລະ ບໍ່​ແຮ່ ປະຈຳ​ເມືອງ​ທີ່​ຕົນ​ ໄດ້​ອອກ​ອະນຸຍາດ ​ແລະ ສະ​ເໜີ​ກຸ່ມ​ບ້ານ ​ແລະ ບ້ານ​ທີ່​ກ່ຽວຂ້ອງ​ຊ່ວຍ​ຊີ້​ນຳ, ຕິດຕາມ​ການ​ກວດກາ​ ການ​ເຄື່ອນ​ໄຫວ​ຂອງ​ບໍລິສັດ ​ແລະ ຜູ້​ປະກອບ​ການ ​ໃຫ້​ປະຕິບັດ​ຕາມ​ແຈ້ງ​ການ ​ສະບັບ​ນີ້​ຢ່າງ​ເຂັ້ມ​ງວດ, ຖ້າ​ຍັງ​ມີ​ການ​ຝ່າຝືນ ​ແລະ ລະ​ເມີດ ຂະ​ແໜງ​ການ​ກ່ຽວຂ້ອງ ​ກວດກາ​ພົບຈະ​ຖືກ​ປະຕິບັດ ຕາມ​ລະບຽບ​ກົດໝາຍ.

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...