spot_img
Homeຂ່າວຕ່າງປະເທດພະເຈົ້າມະຫາຊີວິດຂອງໄທ ມີພະອາການປະຊວນໜັກ

ພະເຈົ້າມະຫາຊີວິດຂອງໄທ ມີພະອາການປະຊວນໜັກ

Published on

ເມື່ອເວລາ 20:00 ນາທີ ຂອງວັນທີ 12 ຕຸລາ 2016 ສຳນັກພະລາຊະວັງ(ຂອງໄທ) ໄດ້ອອກຖະແຫຼງການ ເລື່ອງ ພະບາດສົມເດັດພະເຈົ້າມະຫາຊີວິດ ພູມິພົນ ອະດຸນຍະເດດ ສະເດັດປະທັບທີ່ໂຮງໝໍສິລິລາດ ສະບັບທີ 38 ມີໃຈຄວາມວ່າ:

ມື້ນີ້ ຄະນະແພດຜູ້ຖວາຍການປິ່ນປົວພະບາດສົມເດັດພະເຈົ້າມະຫາຊີວິດ ພູມິພົນ ອະດຸນຍະເດດ ໄດ້ລາຍງານວ່າ ເມື່ອວັນທີ 11 ຕຸລາ 2016 ຄວາມດັນພະໂລຫິດ(ເລືອດ)ຕ່ຳລົງອີກ, ພະຊີບພະຈອນໄວຂຶ້ນ ລວມທັງພາວະພະໂລຫິດມີຄວາມເປັນກົດເພິ່ມຂຶ້ນ ຜົນຂອງການຖວາຍການກວດພະໂລຫິດຊີ້ບອກວ່າ ມີພາວະກາຮຕິດເຊື້ອແລະການເຮັດວຽກຂອງພະຍະກະນະ (ຕັບ) ຜິດປົກກະຕິ ຄະນະແພດໄດ້ຖວາຍພະໂອສົດ(ຢາ)ປະຕິຊີວະນະ ແລະແກ້ໄຂພາວະພະໂລຫິດມີຄວາມເປັນກົດ ຕະຫຼອດຮອດການຖວາຍອະໂອສົດຄວບຄຸມຄວາມດັນພະໂລຫິດເພິ່ມຂຶ້ນ ພ້ອມທັງຖວາຍເຄື່ອງຊ່ວຍຫາຍພະໄທ (ເຄື່ອງຊ່ວຍຫາຍໃຈ Ventilator) ແລະຖວາຍການປິ່ນປົວດ້ວຍວິທີທົດແທນໝາກໄຂ່ຫຼັງ (CRRT). ພະອາການປະຊວນໂດຍລວມທັງບໍ່ຄົງທີ່ ຕ້ອງຄວບຄຸມພະໂອສົດ ຄະນະແພດໄດ້ເຝົ້າຕິດຕາມພະອາການແລະຖວາຍການປິ່ນປົວຢ່າງໃກ້ຊິດ ຈຶ່ງປະກາດມາເພື່ອຊາບໂດຍທົ່ວກັນ.

ເຈົ້າຊີວິດໄທ
ປະຊາຊົນຊາວໄທ ຮັກ ເທີດທູນ ແລະເຝົ້າຕິດຕາມຂ່າວພະອາການປະຊວນ ຂອງພະເຈົ້າມະຫາຊີວິດຢ່າງໃກ້ຊິດ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...