spot_img
Homeຂ່າວພາຍ​ໃນພະນັກງານດ່ານໜ້າ ແລະ ແພດໝໍ ຕິດໂຄວິດ-19 ເຖິງ 50 ຄົນ ໃນການປະຕິບັດໜ້າທີ່

ພະນັກງານດ່ານໜ້າ ແລະ ແພດໝໍ ຕິດໂຄວິດ-19 ເຖິງ 50 ຄົນ ໃນການປະຕິບັດໜ້າທີ່

Published on

ປັດຈຸບັນ ສປປ ລາວ ກວດພົບການຕິດເຊື້ອໃນກຸ່ມພະນັກງານດ່ານໜ້າ ທີ່ປະຕິບັດໜ້າທີ່ໃນການປ້ອງກັນ ແລະ ປີ່ນປົວຜູ້ປ່ວຍໂຄວິດ-19 ໃນບັນດາແຂວງຕ່າງໆສູງເຖີງ 50 ຄົນ.

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ, ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ກ່າວໃນພິທີຖະແຫຼງຂ່າວສະພາບການລະບາດພະຍາດໂຄວິດ-19 ປະຈໍາວັນທີ 30 ກໍລະກົດ 2021 ວ່າ ສປປ ລາວ ພົບການຕິດເຊື້ອໃນພະນັກງານດ່ານໜ້າທີ່ປະຕິບັດໜ້າທີ່ໃນການປ້ອງກັນ ແລະ ປີ່ນປົວຄົນເຈັບ ໃນບັນດາແຂວງຕ່າງໆເຖີງ 50 ຄົນ ໃນນັ້ນ ພະນັກງານແພດໝໍ ມີຈໍານວນ 39 ຄົນ, ພະນັກງານເຮັດວຽກຢູ່ສູນຈຳກັດບໍລິເວນ 6 ຄົນ ແລະ ພະນັກງານປະຈຳດ່ານ 5 ຄົນ ແລະ 64% ແມ່ນມີອາການສະແດງອອກ.

ສຳລັບແຂວງທີ່ຕິດເຊື້ອຫຼາຍກ່ວາໝູ່ ກໍແມ່ນນະຄອນຫຼວງວຽງຈັນ ມີ 24 ຄົນ, ຮອງລົງມາແມ່ນແຂວງຈຳປາສັກມີ 19 ຄົນ ຂະນະທີ່ປັດຈຸບັນ ທົ່ວປະເທດ ມີສູນຈຳກັດບໍລິເວນ ທີ່ຍັງເປີດຢູ່ 60 ສູນ ແລະ ມີຜູ້ຈຳກັດບໍລິເວນ 9,464 ຄົນ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...