spot_img
Homeຂ່າວພາຍ​ໃນຝົນຕົກ 3-4 ວັນຜ່ານມາ ສົ່ງຜົນກະທົບໜັກ ຕໍ່ການເກັບກ່ຽວເຂົ້ານາປີ

ຝົນຕົກ 3-4 ວັນຜ່ານມາ ສົ່ງຜົນກະທົບໜັກ ຕໍ່ການເກັບກ່ຽວເຂົ້ານາປີ

Published on

ກະຊວງກະສິກຳ ແລະ ປ່າໄມ້ ໄດ້ລາຍງານໃຫ້ຮູ້ວ່າ: ສະພາບຝົນຕົກໜັກໃນ 3- 4 ວັນທີ່ຜ່ານມາ ໄດ້ສົ່ງຜົນກະທົບຕໍ່ການເກັບກ່ຽວມ້ຽນມັດເຂົ້ານາປີ ຂອງຊາວກະສິກອນຫຼາຍທ້ອງຖິ່ນ, ເນື່ອງຈາກເປັນຊ່ວງໄລຍະການເກັບກ່ຽວ ເຮັດໃຫ້ເຂົ້າທີ່ກ່ຽວແລ້ວຖືກຝົນຮຳ ແລະ ສ່ວນໜຶ່ງຕ້ອງໄດ້ຢຸດການເກັບກ່ຽວ ແລະ ແກ່ຍາວມາ ອັນໄດ້ເຮັດໃຫ້ເຂົ້າແກ່ເກີນ, ຊຶ່ງໄລມາຮອດປັດຈຸບັນ ສາມາດເກັບກ່ຽວເຂົ້ານາປີໄດ້ພຽງ 50 ກວ່າສ່ວນຮ້ອຍຂອງເນື້ອທີ່ທັງໝົດ, ເພື່ອກະກຽມໃຫ້ແກ່ການຜະລິດລະດູແລ້ງໄດ້ຮັບຜົນ, ໂດຍສະເພາະເຂົ້ານາແຊງ, ຂະແໜງກະສິກຳກໍໄດ້ສົ່ງພະນັກງານວິຊາການຂອງຕົນ ລົງຊຸກຍູ້ການກະກຽມປັດໃຈຕ່າງໆ, ໂດຍສະເພາະແມ່ນຂອດຕອບສະໜອງນ້ຳຊົນລະປະທານ, ບັນຫາແນວພັນ, ເພື່ອຮັບປະກັນໃຫ້ແກ່ການປັກດຳທັນກັບລະດູການ ກະຊວງດັ່ງກ່າວໃຫ້ຮູ້ອີກວ່າ: ຄຽງຄູ່ກັບການເກັບກ່ຽວເຂົ້ານາປີ, ກະສິກອນບາງທ້ອງຖິ່່ນ, ຕ່າງກໍໄດ້ກະກຽມໃຫ້ແກ່ການປູກພືດລະດູແລ້ງ ຕາມຄວາມຕ້ອງການຂອງຕະຫຼາດ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...