spot_img
Homeຂ່າວຕ່າງປະເທດຝົນຕົກລົມພັດແຮງຢູ່ຮ່າໂນ້ຍ ຕົ້່ນໄມ້ຫັກນັບພັນຕົ້ນ ມີຜູ້ຖືກຕົ້ນໄມ້ແຄມທາງລົ້ມທັບ ເສຍຊີວິດ​ 2 ຄົນ!

ຝົນຕົກລົມພັດແຮງຢູ່ຮ່າໂນ້ຍ ຕົ້່ນໄມ້ຫັກນັບພັນຕົ້ນ ມີຜູ້ຖືກຕົ້ນໄມ້ແຄມທາງລົ້ມທັບ ເສຍຊີວິດ​ 2 ຄົນ!

Published on

558000006996401

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 15 ມິຖຸນານີ້ວ່າ ເກີດເຫດລົມພັດແຮງຂຶ້ນໃນນະຄອນຫລວງຮ່າໂນ້ຍ ປະເທດຫວຽດນາມ ໃນມື້ວັນເສົາທີ 13 ມິຖຸນາຜ່ານມາ ເຮັດໃຫ້ຕົ້ນໄມ້ໃຫຍ່ປະມານ 1,000 ຕົ້ນ ລົ້ມຖອນຮາກ ແລະ ຍັງມີຜູ້ເສຍຊີວິດອີກ 2 ຄົນ ບາດເຈັບອີກ 5 ຄົນ ຈາກເຫດການດັ່ງກ່າວ.

ທັງນີ້ຜູ້ເສຍຊີວິດຈຳນວນ 2 ຄົນ ແມ່ນມີສາເຫດມາຈາກຖືກຕົ້ນໄມ້ລົ້ມທັບ ໃນຂະນະທີ່ກຳລັງຂີ່ລົດຈັກຢູ່ເທິງທ້ອງຖະໜົນ ສ່ວນປະຊາຊົນທີ່ໄດ້ຮັບບາດເຈັບອີກ 5 ຄົນນັ້ນ ແມ່ນເກີດຈາກຕົ້ນໄມ້ລົ້ມໃສ່, ປ້າຍໂຄສະນາ ແລະ ສັງກະສີທີ່ຫລຸດອອກມາຕົກໃສ່ ເຮັດໃຫ້ຫລາຍຄົນທີ່ຢູ່ໃນເຫດການ ຈຳຕ້ອງປະຖິ້ມລົດຈັກຂອງຕົນໄວ້ກາງທາງ ແລ້ວຫາບ່ອນກຳລັງທີ່ແໜ້ນໜາເພື່ອຫລົບລີ້ໄພຊົ່ວຄາວ.

ອີງຕາມລາຍງານຂອງແຫລ່ງຂ່າວລະບຸວ່າ ມີຕົ້ນໄມ້ລົ້ມຢ່າງໜ້ອຍ 1,000 ຕົ້ນ ແລະ ເຮືອນຊານຂອງປະຊາຊົນ ມີຫລັງຄາເປີດເສຍຫາຍ 139 ຫລັງ ພ້ອມທັງມີເສົາໄຟຟ້າຫັກອີກ 21 ຕົ້ນ ແລະ ລົດໃຫຍ່ເສຍຫາຍ 13 ຄັນ.

558000006996402

558000006996404

558000006996408

558000006996410

558000006996411

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...