ຝົນຍັງສືບຕໍ່ຕົກຈົນຮອດວັນທີ 9 ກັນຍາ 2018! ລະດັບນໍ້າຍັງເພີ່ມຂຶ້ນຕໍ່ເນື່ອງ

ກົມອຸຕຸນິຍົມ ແລະ ອຸທົກກະສາດແຈ້ງວ່າ ໃນລະຫວ່າງວັນທີ 3-9 ກັນຍາ 2018 ຍັງຈະສືບຕໍ່ມີຝົນຕົກ ໂດຍໃນໄລຍະຕົ້ນອາທິດຂອງວັນທີ 3-4 ກັນຍາ 2018 ເນື່ອງຈາກຄວາມກົດດັນອາກາດຕໍ່າຍັງປົກຄຸມຢູ່ພາກເໜືອ ຫາ ພາກກາງຂອງປະເທດລາວ ສົມທົບກັບລົມມໍລະສຸມຕາເວັນຕົກສຽງໃຕ້ ຈະພັດປົກຄຸມດ້ວຍກຳລັງແຮງ ເຊິ່ງລັກສະນະນີ້ຈະເຮັດໃຫ້ມີຝົນຕົກຄ່ອຍເປັນບໍລິເວນກວ້າງຢູ່ທົ່ວໄປ ແລະ ຕົກປານກາງຫາຕົກໜັກຢູ່ບາງທ້ອງຖິ່ນ ແຂວງພາກເໜືອດ້ານຕາເວັນຕົກ ຫາ ພາກກາງ ແລະ ພາກໃຕ້. ລະດັບນໍ້າງື່ມ ເຂດເວີນຄຳຍັງສືບຕໍ່ຂຶ້ນສູງກາຍເຂດອັນຕະລາຍ ແລະ ລະດັບນໍ້າຊອງ ເຂດວັງວຽງ ໄດ້ຂຶ້ນກາຍເຂດລະວັງໄພແລ້ວ. ສະເພາະລະດັບນໍ້າຂອງຢູ່ເຂດນະຄອນຫຼວງວຽງຈັນ, ທ່າແຂກ ແລະ ນະຄອນປາກເຊ ແມ່ນຍັງສືບຕໍ່ຢູ່ໃນເຂດລະວັງໄພ. ສະເພາະສາຂາແມ່ນໍ້າຂອງ ເຂດມະຫາໄຊ (ເຊບັ້ງໄຟ), ຂົວເຊ (ເຊບັ້ງໄຟ) ໄດ້ສູງກາຍເຂດອັນຕະລາຍແລ້ວ.

ຈາກນັ້ນວັນທີ 5-9 ກັນຍາ 2018 ມໍລະສຸມຕາເວັນຕົກສຽງໃຕ້ຈະປົກຄຸມເປັນສ່ວນໃຫຍ່ຢູ່ໃນແຕ່ລະພາກຂອງປະເທດລາວ ເຊິ່ງຈະເຮັດໃຫ້ມີຝົນຕົກຄ່ອຍຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກປານກາງພ້ອມມີລົມພັດແຮງໃນບາງໂອກາດຢູ່ບາງທ້ອງຖິ່ນ ແຂວງພາກເໜືອດ້ານຕາເວັນຕົກລົງຫາ ພາກກາງ ແລະ ພາກໃຕ້.

 

 

ແຫຼ່ງຂ່າວ: ກົມອຸຕຸນິຍົມ ແລະ ອຸທົກກະສາດ