ຝຣັ່ງລະບຸວ່າ ອັງກິດຕ້ອງຕັ້ງຄະນະເຈລະຈາຈາກຂະບວນການອອກຈາກອີຢູ

0
2027

ທ່ານ ນອງ-ມາກ ເອໂຣດ ລັດຖະມົນຕີຕ່າງປະເທດຝຣັ່ງກ່າວວ່າ ອັງກິດຕ້ອງພິຈາລະນາແຕ່ງຕັ້ງຄະນະເຮັດວຽກເພື່ອເປັນຜູ້ແທນເຈລະຈາຈາກກະບວນການອອກຈາກການເປັນສະມາຊິກສະຫະພາບເອີຣົບ (ອີຢູ) ໃຫ້ເປັນຮູບປະທຳຫຼາຍຂຶ້ນ ລະຫວ່າງທີ່ເຂົ້າເດີນທາງໄປນະຄອນຫຼວງປຣາກເພື່ອຫາລືແນວທາງສ້າງຄວາມສາມັກຄີກັບສະມາຊິກໃນກຸ່ມເອີຣົບ.

ທ່ານເອໂຣດໃຫ້ສຳພາດວ່າ ອັງກິດບໍ່ສາມາດດຳເນີນການໄດ້ໂດຍອັດຕະໂມມັດແບບສະວິດເຊີແລນທີ່ຈະເຂົ້າເຖິງຕະຫຼາດອີຢູທັງການເຄື່ອນຍ້າຍແຮງງານ ການເງິນ ແລະ ບໍລິການໄດ້ແບບເສລີ ຈິ່ງຈຳເປັນຕ້ອງສະສາງຕາມຂັ້ນຕອນ, ນາຍົກລັດຖະມົນຕີເດວິດ ຄາເມຣອນອັງກິດຊຶ່ງເຄື່ອນໄຫວສະໜັບສະໜູນໃຫ້ສະຫະຣາຊະອານາຈັກຢູ່ໃນອີຢູຕໍ່ໄປ ໄດ້ປະກາດລາອອກໄປເມື່ອວັນສຸກພາຍຫຼັງຮູ້ຜົນການລົງປະຊາມະຕິ, ຢ່າງໃດກໍ່ຕາມ ລາວປະຕິເສດທີ່ຈະໃຊ້ອຳນາດຕາມມາດຕະການ 50 ຂອງສົນທິສັນຍານະຄອນຫຼວງບິສບອນ ຊຶ່ງເປັນຂໍ້ຕົກລົງລະຫວ່າງສະມາຊິກໃນການແຈ້ງໃຫ້ຄະນະຜູ້ບໍລິຫານອີຢູຮັບຊາບ ແລະ ດຳເນີນການເລື່ອງລາອອກໂດຍຈະຢູ່ໃນຕຳແໜ່ງຕໍ່ໄປອີກ 3 ເດືອນໃນຊ່ວງທີ່ພັກອະນຸຮັກນິຍົມສັນຫາຜູ້ນຳເພື່ອດຳລົງຕໍ່າແໜ່ງນາຍົກລັດຖະມົນຕີຄົນໃໝ່.