Homeຂ່າວຕ່າງປະເທດຈີນຫຼຸດຄ່າເງິນຢວນເກືອບ 1% ແຕະລະດັບຕໍ່າສຸດໃນຮອບ 5 ປີເຄິ່ງມື້ນີ້

ຈີນຫຼຸດຄ່າເງິນຢວນເກືອບ 1% ແຕະລະດັບຕໍ່າສຸດໃນຮອບ 5 ປີເຄິ່ງມື້ນີ້

Published on

ທະນາຄານກາງຈີນເງິນຫຼຸດຄ່າເງິນຢວນ 1% ໃນມື້ນີ້ ໂດຍລົງໄປແຕະລະດັບຕໍ່າທີ່ສຸດໃນຮອບ 5 ປີ 6 ເດືອນທຽບກັບໂດລາສະຫະລັດ ແລະ ເປັນການຫຼຸດຄ່າເງິນຫຼາຍທີ່ສຸດຫຼັງຈາກຫຼຸດຄັ້ງໃຫຍ່ເມື່ອປີກ່ອນ.

ລະບົບການຄ້າການແລກປ່ຽນເງິນຕາຊຶ່ງເປັນໜ່ວຍງານຂອງທະນາຄານກາງຈີນແຈ້ງຄ່າເງິນກາງເງິນຢວນມື້ນີ້ໄວ້ທີ່ 6,6375 ຢວນຕໍ່ໂດລາສະຫະລັດ ຫຼຸດລົງເຖິງ 0,91% ຈາກຄ່າກາງເມື່ອວັນສຸກຕໍ່າທີ່ສຸດນັບຕັ້ງແຕ່ວັນທີ 23 ທັນວາ 2011 ແລະຫຼຸດລົງຫຼາຍທີ່ສຸດນັບຕັ້ງແຕ່ທະນາຄານກາງຈີນຫຼຸດຄ່າເງິນຢວນຫຼາຍຄັ້ງລວມເກືອບ 5% ພາຍໃນໜຶ່ງອາທິດເມື່ອເດືອນສິງຫາປີກ່ອນ ທະນາຄານກາງຈີນອະນຸຍາດໃຫ້ເງິນຢວນຂຶ້ນລົງໄດ້ບໍ່ເກີນ 2% ຈາກຄ່າກາງໃນແຕ່ລະວັນ ອັນເປັນມາດຕະການໜຶ່ງໃນການຄວບຄຸມຄ່າເງິນ ສ່ວນຄ່າເງິນຢວນຊື້ຂາຍໃນຕະຫຼາດຕ່າງປະເທດເຊົ້າມື້ນີ້ ລະບົບການຄ້າການແລກປ່ຽນເງິນຕາແຈ້ງໄວ້ທີ່ 6,6440 ຢວນຕໍ່ໂດລາສະຫະລັດ ຫຼຸດລົງຈາກລາຄາປິດເມື່ອວັນສຸກທີ່ 6,6148 ຢວນຕໍ່ໂດລາສະຫະລັດ.

ທະນາຄານກາງຈີນປະກາດເມື່ອວັນສຸກຫຼັງຮູ້ຜົນການລົງປະຊາມະຕິຂອງສະຫະຣາຊະອານາຈັກວ່າຕ້ອງອອກຈາກສະຫະພາບເອີຣົບ (ອີຢູ) ວ່າໄດ້ກຽມແຜນສຳຮອງໄວ້ແລ້ວ ແລະ ຈະເດີນໜ້າປັບປຸງລະບົບອັດຕາແລກປ່ຽນເງິນຢວນຕໍ່ໄປເພື່ອຮັກສາຄ່າເງິນໃຫ້ມີສະຖຽນລະພາບ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...