spot_img
Homeຂ່າວທ້ອງຖິ່ນຜ້າປິດປາກ-ເຈວລ້າງມືມີແນວໂນ້ມຂຶ້ນລາຄາ

ຜ້າປິດປາກ-ເຈວລ້າງມືມີແນວໂນ້ມຂຶ້ນລາຄາ

Published on

ໃນທົ່ວໂລກມີການລາຍງານການລະບາດຂອງພະຍາດ COVID-19 ທັງໝົດ 219 (ປະເທດ/ເຂດ), ຜູ້ຕິດເຊື້ອສະສົມ 144,398,510 ຄົນ, ເສຍຊິວິດສະສົມ 3,070,160 ຄົນ ແລະ ປີ່ນປົວຫາຍດີ 122,861,769 ຄົນ ແລະ ສຳລັບ ສປປ ລາວ ນັບຕັ້ງແຕ່ນັບແຕ່ເດືອນມັງກອນ 2020 ຮອດປະຈຸບັນ, ມີທັງໝົດ 150,159 ຕົວຢ່າງ, ໃນນັ້ນ ກວດພົບເຊື້ອສະສົມ 94 ຄົນ.

ເນື່ອງຈາກມີການລະບາດຂອງໂຄວິດ-19 ທາງຄະນະສະເພາະກິດຄວບຄຸມ, ປ້ອງກັນການລະບາດພະຍາດໂຄວິດ-19 ໄດ້ອອກມາດຕະການຄວບຄຸມລາຄາສິນຄ້າ ອີງຕາມຄຳສັ່ງນາຍົກເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ຂໍ້ີ 6 ວ່າດ້ວຍການຫ້າມສວຍໂອກາດກັກຕຸນ ແລະ ຂຶ້ນລາຄາສິນຄ້າອຸປະໂພກ ແລະ ບໍລິໂພກເປັນຕົ້ນຜ້າປິດປາກ-ດັງ,​ນໍ້າຢາລ້າງມືປົວພະຍາດ,​ ອຸປະກອນການແພດ, ເຂົ້າ,​ອາຫານ, ນໍ້າດື່ມ ແລະ ອື່ນໆທີ່ຈຳເປັນຕໍ່ການດຳລົງຊີວິດປະຈຳວັນ.

ຕາມການໂອ້ລົມກັບແມ່ຄ້າລາຍໜຶ່ງທີ່ຢູ່ໃນວົງການຊື້-ຂາຍຜ້າປິດປາກ ແລະ ເຈວລ້າງມື້ໃຫ້ຮູ້ວ່າ ປັດຈຸບັນ ຜ້າປິດປາກ ແລະ ເຈວລ້າງ ແມ່ນໄດ້ຂາຍດີທີ່ສຸດ ເມື່ອມີຄວາມຕ້ອງການສູງຈຶ່ງເຮັດໃຫ້ເກີດປະກົດການຫຼາຍຢ່າງຂຶ້ນໃນຂະບວນການຊື້-ຂາຍ ແລະ ຈຳ ໜ່າຍ ລາຄາຜ້າປິດປາກ ແລະ ເຈວລ້າງມືແມ່ນມີແນວໂນ້ມຈະຂຶ້ນລາຄາອີກ ຍ້ອນວ່າມີກຸ່ມແມ່ຄ້າທີ່ກັກຕຸນຜ້າປິດປາກ ແລະ ເຈວລ້າງມື້ໄວ້ ເພື່ອກຽມປ່ອຍຂາຍໃນຍາມວິກິດກວ່ານີ້ດ້ວຍລາຄາທີ່ແພງ, ແຕ່ທີ່ໜ້າເປັນຫ່ວງທີ່ສຸດຄືມີກຸ່ມທີ່ສວາຍໃຊ້ວິກິດດັ່ງກ່າວນີ້ຫາຜົນປະໂຫຍດໃສ່ຕົນ ໂດຍການຈັດຈຳໜ່າຍຜ້າປິດປາກ, ເອວກໍຮໍ ແລະ ເຈວລ້າງມືທີ່ບໍ່ໄດ້ຄຸນນະພາບອອກວາງຈຳໜ່າຍໃນທ້ອງຕະຫຼາດ.

ສຳລັບລາຄາຜ້າປິດປາກທີ່ຊື້-ຂາຍປັດຈຸບັນຈະເລີ່ມຕົ້ນທີ່ 590,000/ແກັດ ຫາ 1,050,000/ແກັດ ເຊິ່ງລາຄາມີຄວາມແຕກຕ່າງກັນ ເນື່ອງຈາກຄຸນນະພາບຂອງຜ້າປິດປາກມີທັງ ແບບບາງ, ບາງກາງ ແລະ ແບບໜ້າ (3ຊັ້ນ/4ຊັ້ນ) ແລະ ແຫຼ່ງນຳເຂົ້າທີ່ຕ່າງກັນ.

ຮຽບຮຽງຂ່າວ:​ ພຸດສະດີ

 

 

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...