spot_img
Homeນານາສາລະຜົນວິໄຈໃໝ່ວິຕາມິນເສີມກິນຫລາຍໄປເປັນມະເຮັງບໍ່ຮູ້ໂຕ

ຜົນວິໄຈໃໝ່ວິຕາມິນເສີມກິນຫລາຍໄປເປັນມະເຮັງບໍ່ຮູ້ໂຕ

Published on

5wrohea4

ຈາກ​ຜົນ​ການສຶກສາ​ລ່າ​ສຸດພົບ​ວ່າມີວິ​ຕາ​ມິນ​ເສີມຫລາຍ​ຊະນິດທີ່​ກາຍ​ເປັນ​ຕົວ​ເລັ່ງ​ມະ​ເຮັງ​ໄດ້ຖ້າ​ກິນ​ຫລາຍ​ເກີນ​ຄວາມ​ຕ້ອງ​ການ​ຂອງ​ຮ່າງ​ກາຍຄວາມ​ເຊື່ອ​ເກົ່າໆທີ່​ເຄີຍ​ຄິດວ່າການ​ກິນ​ອາຫານ​ເສີມຈະ​ຊ່ວຍ​ສົ່ງ​ເສີມ​ໃຫ້​ສຸຂະພາບ​ດີ​ຂຶ້ນ​ໄດ້ແຕ່​ລ່າ​ສຸດງານ​ວິ​ໄຈ​ກັບ​ພົບ​ຜົນ​ລັບທີ່​ກົງ​ກັນ​ຂ້າມ Dr Tim Byers ໜຶ່ງ​ໃນ​ຜູ້​ຊ່ຽວຊານ​ງານ​ວິ​ໄຈ​ດ້ານ​ພະຍາດ​ມະ​ເຮັງ​ຊັ້ນ​ນຳ​ຂອງ​ໂລກໄດ້ມີການ​ວິ​ໄຈ​ມາຕະຫລອດ3 0ປີໂດຍ​ສຶກ​ສາ​ຈາກວິ​ຕາ​ມິນ​ຍອດ​ນິຍົມທີ່​ຄົນ​ທົ່ວ​ໄປ​ຍອມ​ຈ່າຍ​ເງິນ​ເພື່ອ​ຊື້​ມາບໍລິ​ໂພກເຊັ່ນ:ວິ​ຕາ​ມິນ​ອີ,ເບ​ຕ້າ​ແຄ​ໂລ​ທີນແລະກົດ​ໂຟ​ຣິກ

Dr Tim Byersກ່າວ​ວ່າເຮົາ​ຍັງ​ບໍ່​ແນ່​ໃຈ​ຫລາຍເຖິງ​ຜົນ​ການ​ທົດລອງ​ທີ່​ກຳ​ລັງ​ເກີດ​ຂຶ້ນແຕ່​ຈາກ​ຫລັກ​ຖານ​ທັງ​ໝົດ​ທີ່​ຖືກ​ວິ​ໄຈສະແດງ​ໃຫ້​ເຫັນ​ວ່າຄົົນທີ່​ໃຊ້ວິ​ຕາ​ມິນ​ເສີມຫລືອາຫານ​ເສີມເກີນ​ຄວາມ​ຈຳ​ເປັນ​ຕໍ່​ຮ່າງກາຍມີ​ທ່າອ່ຽງ​ທີ່​ຈະ​ສ່ຽງ​ຕໍ່​ການສ້າງ​ມະ​ເຮັງ​ໃຫ້​ຮ່າງກາຍ​ຕົນເອງແລະ​ບໍ່​ໄດ້​ເປັນ​ປະໂຫຍດ​ຕໍ່​ຮ່າງກາຍ​ເທົ່າ​ໃດ

ເຊັ່ນ:ອາຫານ​ເສີມ​ຈຳ​ພວກ,ໂຟ​ຣິກທີ່​ເປັນ​ທີ່​ໄດ້ຮັບ​ຄວາມ​ນິຍົມ​ຈາກ​ຍິງ​ຖືພາທີ່​ກິນ​ໂຟ​ຣິກ​ເພື່ອ​ໃຫ້​ເດັກນ້ອຍ​ໃນ​ມົດລູກ​ຈະເລີນ​ເຕີບໂຕ​ໄດ້​ຢ່າງ​ເຕັມ​ທີແລະຫ​ລຸດ​ຂໍ້​ບົກຜ່ອງ​ຂອງ​ສະຫມອງ​ແລະ​ກະດູກ​ສັນ​ຫລັງແຕ່​ຫລັງ​ຈາກ​ການສຶກສາ​ແລ້ວ​ກັບ​ພົບ​ວ່າຖ້າ​ໄດ້ຮັບ​ໂຟ​ຣິກ​ຫລາຍ​ເກີນ​ໄປອາດ​ສົ່ງ​ຜົນ​ໃຫ້​ເກີດ​ມະ​ເຮັງ​ໄດ້​ຫລາຍ​ເຖິງ 56%

ແລະວິ​ຕາ​ມິນ​ຈຳ​ພວກເບ​ຕ້າ​ແຄ​ໂລ​ທີນຈາກ​ການ​ທົດລອງ​ພົບ​ວ່າຖ້າ​ໄດ້ຮັບ​ຫລາຍກວ່າ​ປະລິມານ​ທີ່​ຮ່າງກາຍ​ຕ້ອງ​ການເພີ່ມ​ຄວາມ​ສ່ຽງ​ການ​ເກີດ​ມະ​ເຮັງ​ປອດ​ແລະ​ພະຍາດ​ຫົວ​ໃຈ​ໄດ້​ເຖິງ 20 %

ສ່ວນ​ວິ​ຕາ​ມິນ​ອີຖ້າໄດ້ຮັບ​ເກີນ​ຄວາມ​ຕ້ອງ​ການກໍ​ເພີ່ມ​ຄວາມ​ສ່ຽງ​ຕໍ່​ການ​ເກີດ​ພະຍາດ​ມະ​ເຮັງ​ຕ່ອມ​ລູກ​ຫະ​ໝາກ   17 %

Dr Tim Byersແນະ​ນຳ​ວ່າບໍ່​ມີ​ຫຍັງ​ທົດ​ແທນ​ການ​ກິນ​ອາຫານ​ທີ່​ດີໄດ້

– ໂຟ​ຣິກພົບ​ຫລາຍ​ໃນ​ຜັກ​ສີ​ຂຽວ​ເຊັ່ນ:ບລັອກ​ໂຄລີ

– ວິ​ຕາ​ມິນ​ອີພົບ​ໃນອາວ​ມອນ,ຜັກ​ກາດນາຊ່ວຍ​ສ້າງ​ພູ​ມ​ຄຸ້ມ​ກັນ​ໃຫ້​ຮ່າງ​ກາຍ

– ເບ​ຕ້າ​ແຄ​ໂລ​ທີນຫລືສານ​ຕ້າ​ນອາ​ນຸ​ມູນ​ອິດສະຫລະຊ່ວຍຫ​ລຸດ​ຄວາມ​ສ່ຽງ​ການ​ເກີດ​ພະຍາດ​ຫົວ​ໃຈ​ແລະ​ມະ​ເຮັງ ພົບ​ໃນ​ອາຫານ​ຈຳ​ພວກກາລົດແລະໝາກ​ມ່​ວງ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...