spot_img
Homeຂ່າວພາຍ​ໃນຜົນງານຂອງ ສິຣິອາລຸນ ບຸດຈະເລີນ ນັກກິລາ ລອຍນໍ້າຍິງຂອງລາວ ໃນໂອລິມປິກ 2016

ຜົນງານຂອງ ສິຣິອາລຸນ ບຸດຈະເລີນ ນັກກິລາ ລອຍນໍ້າຍິງຂອງລາວ ໃນໂອລິມປິກ 2016

Published on

      ໃນວັນທີ 12  ສິງຫາ ຜ່ານມາ,  ສິຣິອາລຸນ ບຸດຈະເລີນ (Siri Arun BUDCHARERN) ນັກກິລາລອຍນໍ້າຂອງລາວ ໄດ້ລົງແຂ່ງຂັນ ໃນໂອລິມປິກ, ໃນລາຍການ ລອຍນໍ້າຍິງ 50 ແມັດ ຟຣີສະໄຕລ (Women’s 50m freestyle) ໃນຮອບຄັດເລືອກ ເຊິ່ງຈັດຢູ່ໃນ Heat ທີ 3 ລົງລອຍໃນ ລູ່ທີ 7 (Lane 7). ຜົນການແຂ່ງຂັນ ໃນ Heat ທີ 3 ນີ້  ສິຣິອາລຸນ ບຸດຈະເລີນ ໄດ້ອັນດັບທີ 5 ໂດຍທຳເວລາໄດ້ 32.55 ວິນາທີ, ເຊິ່ງອັນດັບທີ 1 ເປັນຂອງ ເດີກູໄບ ມີດແຊກ (Dirngulbai Misech) ຈາກ ເປລູ (Palau) ທຳເວລາໄດ້ 29.19 ວິນາທີ, ອັນດັບທີ 2 ເປັນຂອງ ແອງເຈລິກາສິຕາ ອູດາວໂກ (Angelika Sita Ouedraogo) ຈາກ ເບີກີນາ ຟາໂຊ (Burkina Faso) ທໍາເວລາໄດ້ 29.44 ວິນາທີ.

1389

ສຳລັບ ສິຣິອາລຸນ ສະຖິຕິເຮັດໄດ້ ກ່ອນໜ້ານັ້ນແມ່ນ 33.71 ວິນາທີ, ແຕ່ໂອລິບປິກຄັ້ງນີ້ ລາວທຳເວລາໄດ້ດີກວ່າຄັ້ງຜ່ານມາ ຄື 32.55 ວິນາທີ, ເຖິງວ່າໃນຮອບຄັດເລືອກນີ້ ຈະຕາມຫຼັງຄູ່ຮ່ວມແຂ່ງຂັນຢູ່ 8.32 ວິນາທີ ກໍ່ຕາມ, ແຕ່ຖ້າຈັດອັນດັບໃນຮອບຄັດເລືອກ ສິຣິອາລຸນ ເປັນອັນດັບທີ 76 ຂອງຄູ່ຮ່ວມ ແຂ່ງຂັນທັງໝົດ 80 ຄົນ, ກໍ່ຖືວ່າລາວ ໄດ້ສ້າງຜົນງານໄດ້ດີ ແລະ ເປັນທີ່ໜ້າພໍໃຈ ພໍສົມຄວນ ສາມາດທຽບກັບ ຄູ່ຮ່ວມແຂ່ງຂັນ ໃນລະດັບໂອລິມປິກໄດ້. ເຖິງວ່າ ສິຣິອາລຸນ ຈະບໍ່ສາມາດ ຜ່ານເຂົ້າຮອບ ຕໍ່ໄປໄດ້ກໍ່ຕາມ, ແຕ່ລາວກໍ່ຍັງໄດ້ແລກປ່ຽນ ປະສົບ ການ ກັບບັນດານັກລອຍນໍ້າ ໃນລະດັບໂລກ ແລະ ເຊື່ອແນ່ວ່າ ບົດຮຽນ ແລະ ປະສົບການທີ່ລາວ ເກັບກ່ຽວໄດ້ ໃນໂອລິມປິກຄັ້ງນີ້ຈະ ສ້າງໂອກາດ ໃຫ້ລາວກ້າວໄປ ຄວ້າຫຼຽນຄຳໃນລາຍການ ອື່ນໆໃນອານາຄົດໄດ້.

524_sub_0

(ຂໍ້ມູນຈາກ rio2016.com,yp.scmp.com)

ທີ່ມາຈາກ: http://laosportnews.com/index.php/news/article/524

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...