spot_img
Homeຂ່າວພາຍ​ໃນຜົນການແຂ່ງຂັນຂອງ 2 ນັກມວຍຂັວນໃຈຊາວລາວທີ່ໄປຊົກໃນລາຍການ ແມ໋ກມວຍໄທ ທາງຊ່ອງ 8

ຜົນການແຂ່ງຂັນຂອງ 2 ນັກມວຍຂັວນໃຈຊາວລາວທີ່ໄປຊົກໃນລາຍການ ແມ໋ກມວຍໄທ ທາງຊ່ອງ 8

Published on

ຫາກຄືນຂອງວານນີ້ ວັນທີ 4 ກັນຍາ 2016 ໃຜໄດ້ເບິ່ງລາຍການ ແມ໋ກມວຍໄທ ທາງຊ່ອງ 8 ທີ່ໄດ້ມີນັກມວຍຕົວແທນຈາກ ສປປ ລາວ 2 ຄົນໄປຮ່ວມຂຶ້ນສົກໃນລາຍການ ຄື: ສິງໂຕທອງ ຂັວນໃຈສີໂຄດ ຂຶ້ນຊົກໃນຄູ່ທີ 3 ແລະ ເສືອໃຫຍ່ ສໍຄຸນລາວົງ ຂຶ້ນຊົກເປັນມວຍຄູ່ເອກ ແຟນມວຍທີ່ຕິດຕາມເບິ່ງ ອາດມີຄວາມຮູ້ສຶກ ສົມຫວັງ ແລະ ຜິດຫວັງເລັກໜ້ອຍ ເພາະມີທັງຄົນຕີເສຍ ແລະ ຄົນຕີຊະນະ

ມວຍຄູ່ທີສາມຂອງລາຍການ “ສິງໂຕທອງ ຂັວນໃຈສີໂຄດ (ລາວ) ປະທະກັບ ແສນເກັ່ງ ສ. ສົມບັດ (ໄທ)”

2365

ບອກເລີຍວ່າຄູ່ນີ້ຊົກກັນຢ່າງດຸເດືອດ ແລະ ກໍ່ເຫັນໄດ້ຊັດເຈນເລີຍວ່າຊັ້ນເຊີງການຊົກຂອງ ສິງໂຕທອງ ຂັວນໃຈສີໂຄດ ເໜືອກວ່າຄູ່ຊົກ ໃນການຊົກທາງສິງໂຕທອງ ຂັວນໃຈສີໂຄດເດີນໜ້າອອກອາວຸດເຕັມທີທັງ ຊົກ, ເຕະ, ຖີບ, ຟັນສອກ ແລະ ເຂົ່າ ສູ້ແບບບໍ່ມີຖອຍ ຈົນເຮັດໃຫ້ ແສນເກັ່ງ ສ.ສົມບັດ ຫງາຍເງີບໄປຫຼາຍເທື່ອ ສ່ວນທາງ ແສນເກັ່ງ ສ.ສົມບັດກໍ່ບໍ່ໜ້ອຍໜ້າມີການອອກອາວຸດສວນຄືນນັກມວຍລາວຄືກັນ ແຕ່ກໍ່ອອກອາວຸດໄດ້ໜ້ອຍກວ່າ ຜົນສະຫຼຸບຄື ສິງໂຕທອງ ຂັວນໃຈສີໂຄດຈາກ ສປປ ລາວ ຊະນະແບບໃສໆ ແຖມຍັງໄດ້ລາງວັນຊຸບເປີ້ໂບນັດອີກດ້ວຍ.

ມວຍຄູ່ເອກຂອງລາຍການ “ເສືອໃຫຍ່ ສໍຄຸນລາວົງ ລາວ ປະທະກັບ ໄທ ບຸນມາກ ເພັດອາສິຣະ”

6631

ບອກເລີຍວ່າຄູ່ນີ້ກໍ່ຊົກກັນຢ່າງສົມສັກສີ ເຖິງແມ່ນວ່າ ອ້າຍເສືອໃຫຍ່ເຮົາ ຈະພົບກັບງານໜັກ ແຕ່ກໍ່ສູ່ເຕັມທີ່ ໂດຍຍົກທີໜຶ່ງທັງສອງຝ່າຍກໍ່ອອກອາວຸດໃສ່ກັນ ທັງຊົກ ທັງເຕະ ທັງເຂົ່າ ຕ່າງຝ່າຍປ່ຽນກັນແລກກັນຖືວ່າ ຄະແນນ ສູສີຄືໄຂ່ເປັດໄຂ່ໄກ່ ເຂົ້າມາຍົກທີສອງເປີດສາກບຸກໜ້າໂດຍ ເສືອໃຫຍ່ ສໍຄຸນລາວົງ ອອກລູກເຕະໃສ່ ບຸນມາກ ເພັດອາສິຣະ ແບບບໍ່ຢັ້ງປານເຕະກະສອບຊາຍເລັ່ງເຕະເຕັມທີ່ ແຕ່ພໍມາຮອດເຄິ່ງຫຼັງຍົກທີສອງ ທາງບຸນມາກໍ່ເອົາຄືນໂດຍການກອດຕີເຂົ່າ ເຮັດໃຫ້ ເສືອໃຫຍ່ ອອກອາວຸດໄດ້ ບໍ່ເຕັມທີ ເມື່ອມາຮອດຍົກທີສາມ ບຸນມາກສາມາດຈັບທາງມວຍໄດ້ວ່າ ເສືອໃຫຍ່ຍັງມີຈຸດອ່ອນໃນການຕີວົງໃນ ແຖມເສືອໃຫຍ່ມີທ່າທີ່ອ່ອນແຮງ ດັ່ງນັ້ນບຸນມາກເລີຍເດີນໜ້າ ກອດຕີເຂົ່າຢ່າງດຽວຈົນໝົດຍົກທີສາມ ເຖິງ ເສືອໃຫຍ່ຈະພະຍາຍາມແກ້ເກມແຕ່ກໍ່ບໍ່ທັນ ອອກອາວຸດໄດ້ບໍ່ທະນັດ ຜົນເລີຍອອກມາວ່າ ບຸນມາກ ເພັດອາສິຣະ ຊະນະ ເສືອໃຫຍ່ ສໍຄຸນລາວົງ ນັ້ນເອງ ແຕ່ເສືອໃຫຍ່ກໍ່ໄດ້ລາງວັນປອບໃຈຈາກທາງລາຍການ ຄືລາງວັນ ໂບນັດ ນັ້ນເອງ

 

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...