spot_img
Homeນານາສາລະຜົນການວິໄຈ ການເຊົາຫຼິ້ນ facebook ຈະເຮັດໃຫ້ຊີວິດມີຄວາມສຸກຫຼາຍຂຶ້ນ

ຜົນການວິໄຈ ການເຊົາຫຼິ້ນ facebook ຈະເຮັດໃຫ້ຊີວິດມີຄວາມສຸກຫຼາຍຂຶ້ນ

Published on

ຕັ້ງແຕ່ເລີ່ມມີ twitter ແລະ facebook ກໍຈະເຮັດໃຫ້ເຮົາຮູ້ເຖິງກິດຈະກຳຄົນອື່ນໄດ້ຫຼາຍຂຶ້ນ ແລະຜົນການສຶກສາລ່າສຸດຂອງສະຖາບັນວິໄຈຄວາມສຸກ ຂອງຕ່າງປະເທດ ບອກວ່າ ມັນບໍ່ມີຄວາມຈຳເປັນສຳລັບມະນຸດເຮົາເລີຍ

ຈາກການທົດລອງ ກັບຕົວຢ່າງຄົນແດນມາກ 1000 ຄົນ ໂດຍໃຊ້ແບ່ງອອກເປັນສອງກຸ່ມ ກຸ່ມທຳອິດໃຊ້ facebook ຕາມປົກກະຕິ ແລະກຸ່ມສອງ ເຊົາໃຊ້ເປັນເວລາ 1 ອາທິດ, ຜົນທີ່ໄດ້ຮັບ 88% ຂອງຄົນທີ່ເຊົາຫຼິ້ນ facebook ພົບວ່າຕົນເອງມີຄວາມສຸກຂຶ້ນ

ເຫດຜົນທີ່ເຮັດໃຫ້ ກຸ່ມທີ່ເຊົາຫຼິ້ນ facebook ມີຄວາມສຸກ ເພາະພວກເຂົາເຫັນຄວາມສຸກຂອງຄົນອື່ນໜ້ອຍລົງ, ຫຼຸດຄວາມອິດສາ, ຫຼຸດການປຽບທຽບຕົນເອງກັບຄົນອື່ນ ໂດຍສະເພາະພວກເຂົາບອກວ່າ facebook ເຮັດໃຫ້ສົນໃຈສິ່ງທີ່ຄົນອື່ນມີຫຼາຍກວ່າ ທີ່ຈະເຮັດໃຫ້ເຮົາໃສ່ໃຈກັບຄວາມຕ້ອງການຂອງຕົນເອງ

ນອກຈາກນີ້ ກຸ່ມທີ່ເຊົາຫຼິ້ນ facebook ຍັງບອກອີກວ່າ ການເຊົາຫຼິ້ນໂຊຊຽວມີເດຍ ເຮັດໃຫ້ພວກເຂົາຮູ້ສຶກກະຕືລືລົ້ນຫຼາຍຂຶ້ນ ມີຄວາມໂດດດ່ຽວ ດຽວດາຍຫຼຸດລົງ, ມີຄວາມກັງວົນຫຼຸດລົງ ແລະຕັດສິນໃຈເຮັດ ສິ່ງໃດສິ່ງໜຶ່ງໄດ້ດີຂຶ້ນ ແຖມຍັງມີເວລາໃຫ້ຄອບຄົວຫຼາຍຂຶ້ນ ໄດ້ພົບປະກັບຄົນສຳຄັນໃນຊີວິດ ແບບເຫັນໜ້າກັນ ແລະມີສະມາທິຫຼາຍຂຶ້ນ
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...