spot_img
Homeຂ່າວພາຍ​ໃນຜູ້ເສຍຊີວິດກໍລະນີທີ່ 7 ຈາກໂຄວິດ-19 ຢູ່ ສປປ ລາວ

ຜູ້ເສຍຊີວິດກໍລະນີທີ່ 7 ຈາກໂຄວິດ-19 ຢູ່ ສປປ ລາວ

Published on

ອີງຕາມຄະນະສະເພາະກິດແຂວງ ຈຳປາສັກ ລາຍງານ: ວັນທີ 30/7/2021 ແຂວງຈໍາປາສັກມີຜູ້ຕິດເຊື້ອໂຄວິດ -19 ໃໝ່ ຈໍານວນ 38 ຄົນ ແລະ ມີຜູ້ເສຍຊິວິດ 1 ຄົນ.

ໃນວັນທີ 30 ກໍລະກົດ 2021 ນີ້, ທ່ານ ດຣ ວຽງສີ ສຸພັກດີ  ໄດ້ຕາງໜ້າຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດພະຍາດໂຄວິດ-19 ແຂວງຈໍາປາສັກ ໄດ້ຖະແຫຼງຂ່າວກ່ຽວກັບການຄວບຄຸມການລະຍາດພະຍາດໂຄວິດ -19 ວ່າ: ຜ່ານການກວດວິເຄາະທົ່ວແຂວງມີຜູ້ຕິດເຊື້ອໂຄວິດ -19 ໃໝ່ ຈໍານວນ 38 ຄົນ, ໃນນັ້ນເມືອງຊະນະສົມບູນ 3 ຄົນ,ເມືອງບາຈຽງ 1 ຄົນ,ເມືອງປະທຸມພອນ 2 ຄົນ,ເມືອງໂພນທອງ 2 ຄົນ,ເມືອງຈຳປາສັກ 6 ຄົນ,ເມືອງສຸຂຸມາ 6 ຄົນ,ເມືອງມຸນລະປາໂມກ 1 ຄົນ, ເມືອງໂຂງ 5 ຄົນ ແລະ ແຂວງສາລະວັນ 10 ຄົນ, ແຂວວອັດຕາປື 1 ຄົນ ແລະ ແຂວງສະຫວັນນະເຂດ 1 ຄົນ.

ເຊິ່ງແມ່ນ ແຮງງານນຳເຂົ້າທັງໜົດ, ຕົວເລກສະສົມທົ່ວແຂວງມີຜູ້ຕິດເຊື້ອ 1.656 ຄົນ,ປົວຫາຍດີແລ້ວ 806 ຄົນ,ອອກໂຮງໝໍມື້ນີ້ 52 ຄົນ. ຍັງສືບຕໍ່ປິ່ນປົວຢູ່ໂຮງໝໍບໍລະເວນ 106 ກອງທັບ,ໂຮງໝໍພາກສະໜາມວິທະຍາໄລການເງິນພາກໃຕ້ ແລະ ຢູ່ໂຮງໝໍເມືອງໂພນທອງລວມຈໍານວນທັງໝົດ 848 ຄົນ.

ເຊິ່ງລາຍງານມື້ນີ້, ຢູ່ແຂວງຈໍາປາສັກ ຄື:ມີຜູ້ເສຍຊີວິດ ຈາກໂຄວິດ-19 ຈຳນວນ 1 ຄົນ ອາຍຸ 38 ເຊິ່ງແມ່ນແຮງງານລາວກັບຈາກປະເທດເພື່ອນບ້ານ, ເປັນປະຊາຊົນບ້ານເວີນໂສມ ເມືອງໂຂງ ແຂວງຈຳປາສັກ, ຜູ້ກ່ຽວມີພະຍາດຊໍາເຮື້ອ ເຊັ່ນ: ເບົາຫວານ,ຄວາມດັນ.

ວັນທີ 23 ກໍລະກົດ 2021 ຜູ້ກ່ຽວໄດ້ຜ່ານມາທາງດ້ານວັງເຕົ່າ, ວັນທີ 25 ກໍລະກົດ 2021 ຜົນກວດອອກມາວ່າພົບເຊື້ອໂຄວິດ-19, ຜູ້ກ່ຽວມີອາການ ຫາຍໃຈຟືດ ເມື່ອຍແຮງ ໄຂ້ສູງ ອົກຊີຕໍ່າ ແລະ ເສຍຊີວິດ ຕອນເຊົ້າ ວັນທີ 30 ກໍລະກົດ 2021.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...