spot_img
Homeຂ່າວພາຍ​ໃນຜູ້ສັນຈອນທາງດ່ວນວຽງຈັນ-ວັງວຽງມີຄວາມກັງວົນກັບຄວາມປອດໄພ

ຜູ້ສັນຈອນທາງດ່ວນວຽງຈັນ-ວັງວຽງມີຄວາມກັງວົນກັບຄວາມປອດໄພ

Published on

ພາຍຫຼັງທີ່ເປີດໃຫ້ໃຊ້ບໍລິການທາງດ່ວນນັບຕັ້ງແຕ່ວັນທີ 21 ທັນວາ 2020 ເປັນຕົ້ນມາ ປະກົດວ່າຢູ່ຕາມສາຍທາງດ່ວນດັ່ງກ່າວຍັງພົບເຫັນສັດລ້ຽງຈໍານວນຫຼາຍເຊັ່ນ: ງົວ, ຄວາຍ, ໝາ ແລະ ແບ້ ທີ່ຫາກິນຢູ່ຕາມແຄມທາງນອກຮົ້ວກັ້ນທາງດ່ວນ ແລະ ມີສັດລ້ຽງບາງໂຕໄດ້ແລ່ນຕັດໜ້າລົດ, ນອກນັ້ນຍັງມີປະຊາຊົນຈໍານວນໜຶ່ງທີ່ໃຊ້ລົດໄຖນາ (ລົດຕ໋ອກຕ໋ອກ) ແລະ ມີລົດຈັກຂຶ້ນແລ່ນຕາມທາງດ່ວນນໍາອີກ ເຊິ່ງສິ່ງເຫຼົ່ານີ້ມັນເກີດໃຫ້ມີບັນຫາໃນການສັນຈອນ ເຮັດໃຫ້ຜູ້ຂຶ້ນໃຊ້ທາງດ່ວນມີຄວາມກັງວົນກ່ຽວກັບຄວາມປອດໄພ.

ນອກຈາກພົບສັດລ້ຽງ ແລະ ພາຫະນະຫ້າມຂຶ້ນທາງດ່ວນແລ້ວ ຍັງພົບກັບບັນຫາຜູ້ສັນຈອນບາງຄົນເຮັດຜິດກົດລະບຽບໂດຍການຂັບລົດຍ້ອນສອນ ເຊິ່ງພຶດຕິກຳແບບນີ້ມັນສ້າງຄວາມອັນຕະລາຍໃຫ້ກັບຜູ້ໃຊ້ລົດ-ໃຊ້ຖະໜົນເທິງທາງດ່ວນ.

ມີລາຍງານວ່າ ໄດ້ເກີດອຸບັດຕິເຫດລົດຕຳໝາແລ່ນຕັດໜ້າລົດເທິງທາງດ່ວນ ເຮັດໃຫ້ໜ້າລົດເກີດຄວາມເສຍຫາຍ ແລະ ໝາຕາຍ, ໂດຍຜູ້ໃຊ້ ເຟສບຸກ​ Bounthieng Lattanavong ໄດ້ໂພສ​ໃນວັນທີ​ 23 ​ທັນວາ​ 2020 ນີ້ວ່າ: Laos only ທາງດ່ວນຕ້ອງ(ຕ້ອງ)ຮັບປະກັນຄວາມປອດໄພກວ່ານີ້ ຕ້ອງບໍ່ມີງົວ ຕ້ອງບໍ່ມີສັດອື່ນໆມາເລາະຢູ່ຕາມທາງດ່ວນ. ມື້ວານເຫັນຢູ່ facebook ເຫັນມີຄົນເອົາຮູບງົວຢູ່ທາງດ່ວນລົງ ຄິດວ່າແມ່ນຮູບຕອນເຂົາກໍ່ສ້າງ ຈົນໄດ້ມາເຫັນດ້ວຍຕາໂຕເອງ ຈົນປະສົບອຸບັດຕິເຫດດ້ວຍຕົນເອງຈຶ່ງຮູ້ວ່າທີ່ເຂົາເອົາລົງນັ້ນແມ່ນຄວາມຈິງ.

ຮູບພາບຈາກ ເຟສບຸກ ​Bounthieng Lattanavong

ເພື່ອຮັບປະກັນການເດີນທາງ ແລະ ຫຼີກລ່ຽງຄວາມສ່ຽງຈາກການເກີດອຸບັດຕິເຫດ ບັນຫາດັ່ງນີ້ຕ້ອງໄດ້ຮັບການຮ່ວມມືຈາກຫຼາຍຝ່າຍບໍ່ວ່າຈະເປັນປະຊາຊົນຜູ້ລ້ຽງສັດກໍ່ຕ້ອງມີການຄຸ້ມຄອງສັດລ້ຽງຂອງຕົນເອງບໍ່ປອຍຊະຊາຍໃຫ້ມາໃກ້ເຂດທາງດ່ວນ, ຜູ້ສັນຈອນທີ່ໃຊ້ພາຫະນະເຊັ່ນ: ລົດຈັກ, ​ລົດໄຖ ກໍ່ຄວນງົດຂຶ້ນທາງດ່ວນ ແລະ ທຸກຄົນຄວນເຄົາລົບກົດຈາລະຈອນໂດຍການບໍ່ຂັບຂີ່ຍ້ອນສອນ. ນອກຈາກນີ້, ພາກສ່ວນພາກສ່ວນທີ່ກ່ຽວຂ້ອງກັບໂຄງການທາງດ່ວນຄວນເຂົ້າມາແກ້ໄຂບັນຫາດັ່ງກ່າວຢ່າງຮີບດ່ວນ ເພື່ອໃຫ້ທາງດ່ວນຮັບປະກັນຄວາມປອດໄພຕໍ່ຜູ້ຊົມໃຊ້.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...