spot_img
Homeຂ່າວຕ່າງປະເທດຜູ້ສະໝັກຊິງຕຳແໜ່ງ ປະທານາທິບໍດີບຣາຊິນ ປະສົບອຸບັດເຫດເຮືອບິນຕົກ ເສຍຊີວິດຄາທີ່!

ຜູ້ສະໝັກຊິງຕຳແໜ່ງ ປະທານາທິບໍດີບຣາຊິນ ປະສົບອຸບັດເຫດເຮືອບິນຕົກ ເສຍຊີວິດຄາທີ່!

Published on

 

ແຫຼ່ງຂ່າວຂອງຕ່າງປະເທດລາຍງານວ່າ ຜູ້ສະໝັກຊິງຕຳແໜ່ງປະທານາທິບໍດີຄົນໃໝ່ຂອງບຣາຊິນ ປະສົບອຸບັດ

ເຫດເຮືອບິນຕົກ ໃສ່ເຮືອນຂອງປະຊາຊົນຈົນເສຍຊີວິດ ພ້ອມກັບຜູ້ໂດຍສານ ແລະ ລູກເຮືອລວມ 7 ລາຍ.

 

EyWwB5WU57MYnKOuFBpNO5dTZMoTHtzDK5ElEnRwwrQGcZ1KpQrAJ5
ທ່ານ ເອດູອາໂດ້ ກຳໂປສ

 

ແຫຼ່ງຂ່າວໄດ້ລະບຸວ່າ ທ່ານ ເອດູອາໂດ້ ກຳໂປສ ໜຶ່ງໃນຜູ້ລົງສະໝັກຊິງຕຳແໜ່ງປະທານາທິບໍດີຂອງບຣາຊິນ ເຊິ່ງ

ການເລືອກຕັ້ງຈະເກີດຂຶ້ນໃນວັນທີ 5 ຕຸລາ 2014 ນີ້ ໄດ້ມາເສຍຊີວິດລົງໃນວັນພຸດທີ 13 ສິງຫາ 2014 ຫຼັງຈາກເຮືອ

ບິນສຳລັບຫາສຽງຂອງເຂົາ ຕົກລົງທີ່ເມືອງຊານໂຕສ ເຮັດໃຫ້ມີຜູ້ໂດຍສານ ແລະ ລູກເຮືອທັງໝົດ 7 ຄົນ ລວມທັງ

ໂຕເຂົາເສຍຊີວິດທັນທີ.

 

ເນື່ອງຈາກ ທ່ານ ກຳໂປສ ເດີນທາງໂດຍເຮືອບິນ ເຊສນາ 560 XL ຂອງເຂົາເອງ ເຊິ່ງເດີນທາງຈາກນະຄອນຣິໂອ ເດີ

ຈາເນໂຣ ໄປຍັງລັດເຊົາເປົາໂລ ເພື່ອອັດລາຍການໂທລະພາບ ແຕ່ກໍປະສົບກັບສະພາບອາກາດທີ່ຮ້າຍແຮງ ໃນຂະນະ

ທີ່ກຳລັງກຽມລົງຈອດ ຈົນເຮັດໃຫ້ເຮືອບິນຂອງເຂົາຕົກໃສ່ໂຮງອອກກຳລັງກາຍ ແລະ ເຮືອນຂອງປະຊາຊົນຫຼາຍຫຼັງ

ເຮັດໃຫ້ເຮືອບິນແຕກອອກເປັນຊິ້ນສ່ວນມຸ່ນກະຈາຍ ແລະ ຕິດໄຟຈົນເກີດເປັນກອງເພີງຂະໜາດໃຫຍ່.

 

ທັງນີ້ ທ່ານ ກຳໂປສ ເປັນອະດີດຜູ້ວ່າການລັດເປີນຳບູໂກ ທາງພາກຕາເວັນອອກສ່ຽງເໜືອຂອງປະເທດ ເຊິ່ງໄດ້ຮັບ

ຄະແນນໂຫວດຈາກການສຳຫຼວດຄວາມຄິດເຫັນຂອງປະຊາຊົນ ໄດ້ອັນດັບທີ 3 ກ່ອນການເລືອກຕັ້ງປະທານາທິບໍດີ

ຂອງບຣາຊິນຈະມາເຖິງ.

 

ຫຼັງຈາກເກີດເຫດ ທ່ານ ນາງ ດິນມາ ຣຸດເຊບ ປະທານາທິບໍດີບຣາຊິນ ໄດ້ປະກາດໄວ້ອາໄລທົ່ວປະເທດທັນທີ ແລະ ຍົກ

ເລີກກຳນົດການຫາສຽງຂອງນາງທັງໝົດເປັນເວລາ 3 ວັນ.

 

NjpUs24nCQKx5e1DGT2ntB0KaLJw9GCkiFYleiB3G23
ທ່ານ ນາງ ດິນມາ ຣຸດເຊບ ປະທານາທິບໍດີແຫ່ງບຣາຊິນ

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...