spot_img
Homeຂ່າວທ້ອງຖິ່ນຜູ້ວ່າງງານທີ່ຢູ່ໃນລະບົບປະກັນສັງຄົມແມ່ນໃຫ້ຮັບນະໂຍບາຍເງິນອຸດໜູນ

ຜູ້ວ່າງງານທີ່ຢູ່ໃນລະບົບປະກັນສັງຄົມແມ່ນໃຫ້ຮັບນະໂຍບາຍເງິນອຸດໜູນ

Published on

ອີງຕາມການລາຍງານຈາກໜັງສືພິມວຽງຈັນທາມ ເມື່ອວັນທີ 25 ພຶດສະພານີ້ວ່າ ກອງປະຊຸມລັດຖະບານ ທີ່ຈັດຂຶ້ນໃນລະຫວ່າງວັນທີ 21-22 ພຶດສະພາ 2020 ໄດ້ມີທິດຊີ້ນໍາ ເຫັນດີໃຫ້ປະຕິບັດນະໂຍບາຍເງິນອຸດໜູນວ່າງງານໃຫ້ຜູ້ທີ່ຢູ່ໃນລະບົບປະກັນສັງຄົມ ຕາມຄວາມສາມາດຂອງຄັງປະກັນສັງຄົມ ແລະ ວົງເງິນປະກັນຕົນຂອງຜູ້ອອກແຮງງານ ໂດຍສອດຄ່ອງກັບກົດໝາຍວ່າດ້ວຍປະກັນສັງຄົມ.

ທິດຊີ້ນໍາດັ່ງກ່າວແມ່ນພາຍຫຼັງທີ່ກອງປະຊຸມໄດ້ຮັບຟັງບົດລາຍງານການຈັດຕັ້ງປະຕິບັດນະໂຍບາຍຕໍ່ຜູ້ອອກແຮງງານລາວ ທັງນອກ ແລະ ໃນລະບົບ ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງ ພະຍາດໂຄວິດ-19 ທີ່ສະເໜີໂດຍກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ເຊິ່ງໃນບົດລາຍງານດັ່ງກ່າວ ໄດ້ແຈ້ງໃຫ້ຊາບກ່ຽວກັບການຊ່ວຍເຫຼືອຜູ້ອອກແຮງງານລາວທີ່ກັບມາຈາກຕ່າງປະເທດ, ແຮງງານທີ່ຢູ່ພາຍໃນປະເທດ ແລະ ນະໂຍບາຍໃນການຊ່ວຍເຫຼືອແຮງງານໃນໄລຍະຜ່ານມາ, ພ້ອມທັງໄດ້ສະເໜີທິດທາງໃນການຄຸ້ມຄອງ ແລະ ນໍາໃຊ້ແຮງງານໃນຕໍ່ໜ້າ.

 

ຮຽບຮຽງຂ່າວ: ພຸດສະດີ

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...