spot_img
Homeຂ່າວການພັດທະນາຜູ້ພັດທະນາເສັ້ນທາງລົດໄຟລາວ-ຈີນຕ້ອງການແຮງງານລາວ 7.000 ກວ່າຄົນ

ຜູ້ພັດທະນາເສັ້ນທາງລົດໄຟລາວ-ຈີນຕ້ອງການແຮງງານລາວ 7.000 ກວ່າຄົນ

Published on

ຜູ້ພັດທະນາຂອງໂຄງການລົດໄຟລາວ-ຈີນປະກາດວ່າຕົນເອງມີຄວາມຕ້ອງການແຮງງານ ຄົນລາວ 7.000 ກວ່າຄົນ ເພື່ອບັນຈຸເຂົ້າແຕ່ໜ່ວຍງານທີ່ຈໍາເປັນ ເຊິ່ງແມ່ນໜຶ່ງໃນຫລາຍຄວາມພະຍາຍາມເພື່ອສ້າງວຽກເຮັດງານທໍາໃຫ້ຄົນລາວ ຂະນະທີ່ ໂຄງການກໍ່ສ້າງທາງລົດໄຟແຕ່ຊາຍແດນ ລາວ-ຈີນມີຄວາມຄືບໜ້າ 30% ແລະ ຄາດວ່າພາຍໃນປີ 2021 ປະຊາຊົນລາວຈະມີໂອກາດໄດ້ນັ່ງລົດຈາກ ສປປ ລາວ ເຖິງ ສປ ຈີນ ຢ່າງແນ່ນອນ.

ຫລ້າສຸດ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດກອງປະຊຸມຄະນະຊີ້ນຳໂຄງການກໍ່ສ້າງທາງລົດໄຟແຕ່ຊາຍແດນ ລາວ-ຈີນ ຫານະຄອນຫຼວງວຽງຈັນ ຂຶ້ນວັນທີ 19 ກໍລະກົດ 2017 ທີ່ກະຊວງ ເປັນປະທານຂອງທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ຫົວໜ້າຄະນະຊີ້ນຳໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ມີຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ລັດຕະນະມະນີ ຄູນນີວົງ ຮອງລັດຖະມົນຕີ ຫົວໜ້າຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ລາຍ ງານໃຫ້ຮູ້ວ່າ: ພາຍຫຼັງລົງມືໂຄງການເລີ່ມແຕ່ເດືອນທັນວາ 2016 ມາຮອດປັດຈຸບັນ ສາມາດກໍ່ສ້າງທາງລົດໄຟ ລາວ-ຈີນ ໄດ້ 130,67 ກິໂລແມັດ ເທົ່າກັບ 31,35% ຂອງຄວາມຍາວທັງໝົດ 417 ກິໂລແມັດ ໄດ້ຊີເຈາະອຸໂມງ 49 ອຸໂມງ ໃນ 101 ຈຸດກໍ່ສ້າງ ລວມຄວາມຍາວໄດ້ 5.835,6 ແມັດ ຊີເຈາະເສົາຂົວໄດ້ 268 ເສົາ ຕິດຕັ້ງໂຮງໂມ້ຊີມັງສຳເລັດ 14 ແຫ່ງ ຫ້ອງທົດລອງ 18 ແຫ່ງ ກໍ່ສ້າງແຄ່ມສຳລັບຜູ້ຮັບເໝົາ 88 ແຫ່ງ ທີ່ສຶກສາໂຄງການ 12 ແຫ່ງລວມ 100 ແຫ່ງ ກໍ່ສ້າງທາງຊອຍເພື່ອເຂົ້າຫາສະຖານທີ່ກໍ່ສ້າງ 657,9 ກິໂລແມັດ ຂົວ 2.342 ແມັດ ຕິດຕັ້ງສາຍສົ່ງໄຟຟ້າ 360,2 ກິໂລແມັດ ຕິດຕັ້ງໝໍ້ແປງໄຟ 172 ໜ່ວຍ ກໍ່ສ້າງລະບົບນ້ຳປະປາເພື່ອເຂົ້າຫາແຄ່ມ ແລະ ສະຖານທີ່ກໍ່ສ້າງ 77 ກິໂລແມັດ ຄວາມຄືບໜ້າຂອງການລົງທຶນທຽບໃສ່ແຜນການປີ 2017 ເທົ່າກັບ 30%.
ນະຄອນຫຼວງວຽງຈັນ ມີຄວາມຍາວທັງໝົດ 417 ກິໂລແມັດ ແລວທາງລົດໄຟໄດ້ຜ່ານ 5 ແຂວງຄື: ຫຼວງນໍ້າທາ ອຸດົມໄຊ ຫຼວງພະບາງ ວຽງຈັນ ແລະ ນະຄອນຫຼວງວຽງຈັນ ໃນນີ້ ປະກອບມີ 32 ສະຖານີ ກໍ່ສ້າງຂົວໃໝ່ 167 ແຫ່ງ ເຈາະອຸໂມງ 75 ແຫ່ງ ອັດຕາສ່ວນຂົວ ແລະ ອຸໂມງ ເທົ່າກັບ 62% ເສັ້ນທາງລົດໄຟຜ່ານເຂດພູດອຍ ກວມເອົາ 80% ສ່ວນທີ່ເຫຼືອແມ່ນພູພຽງ ແລະ ທົ່ງພຽງ ແຜນກໍ່ສ້າງສຳລັດ 5 ປີ (2016-2021).

ສຳລັບຈຸດສຸມໃນການຈັດຕັ້ງປະຕິບັດແຜນການກໍ່ສ້າງໂຄງການ ແຕ່ນີ້ຫາທ້າຍປີ 2017 ສືບຕໍ່ຕິດຕາມບົດລາຍ ງານກ່ຽວກັບລາຄາຫົວໜ່ວຍຄ່າຊົດເຊີຍສິ່ງກີດຂວາງ ແລະ ເວນຄືນທີ່ດິນ ທີ່ໄດ້ນຳສະເໜີຕໍ່ຫົວໜ້າຄະນະຊີ້ນຳ, ສືບຕໍ່ປະສານສົມທົບເຈົ້າໜ້າທີ່ພາສີ ໃນການຄຸ້ມຄອງນໍ້າມັນເຊື້ອໄຟ ວັດຖຸອຸປະກອນ ຍານພາຫະນະທີ່ນຳເຂົ້າ ໃຫ້ຖືກ ຕ້ອງຕາມກົດໝາຍ ລະບຽບການ ແລະ ນຳໃຊ້ຖືກເປົ້າໝາຍ ສືບຕໍ່ປະສານສົມທົບພາກສ່ວນທີ່ກ່ຽວຂ້ອງ ເພື່ອອຳ ນວຍຄວາມສະດວກໃນການນຳວັດຖຸອຸປະກອນ ທາດລະເບີດ ເພື່ອມາຮັບໃຊ້ໂຄງການ ປະສານສົມທົບກັບກົມໃຫຍ່ເສນາທິການ ໃນການກວດກູ້ລະເບີດທີ່ຍັງບໍ່ທັນແຕກ ຕາມແລວທາງລົດໄຟໃນຈຸດທີ່ໄດ້ໄກ່ເກ່ຍກັບປະຊາຊົນ ແລະ ມີການປັກຫຼັກໝາຍແລວທາງ ແລະ ກວດກູ້ລະເບີດທາງນໍ້າ ໃນພື້ນທີ່ຈະກໍ່ສ້າງຂົວແມ່ນໍ້າຂອງ 2 ແຫ່ງ ແລະ ຂົວນໍ້າຄານ 2 ແຫ່ງ.

 

ແຫລ່ງຂ່າວ:​ ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...