spot_img
Homeຂ່າວເຫດການຜູ້ປ່ວຍແກ່ນຕາຂຸ້ນ ໄດ້ຮັບການປິ່ນປົວ ໃນໂຄງການ ເຄື່ອນໄຫວແສງສະຫວ່າງ ໃນລຸ່ມແມ່ນໍ້າຂອງ

ຜູ້ປ່ວຍແກ່ນຕາຂຸ້ນ ໄດ້ຮັບການປິ່ນປົວ ໃນໂຄງການ ເຄື່ອນໄຫວແສງສະຫວ່າງ ໃນລຸ່ມແມ່ນໍ້າຂອງ

Published on

ຜູ້ປ່ວຍແກ່ນຕາຂຸ້ນ ໃນນະຄອນຫລວງວຽງຈັນ ຫລາຍກ່ວາ 200 ຄົນ ຈະໄດ້ຮັບການປິ່ນປົວ ພາຍໃຕ້ໂຄງການ ເຄື່ອນໄຫວແສງສະຫວ່າງ ໃນລຸ່ມແມ່ນໍ້າຂອງ ໂດຍບໍ່ເສຍຄ່າ. ໂຄງການດັ່ງກ່າວ, ໄດ້ຈັດຂຶ້ນ ໃນວັນທີ 14 ຕຸລານີ້ ຢູ່ສູນປີ່ນປົວ ແລະ ຮັກສາສຸຂະພາບຕາ ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ຮສ.ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ ກວ່າຮວາປີ່ງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ,ພ້ອມດ້ວຍເຈົ້າໜ້າທີ່ ກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ.
ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ກ່າວວ່າ: ເພື່ອປະຕິບັດ ນະໂຍບາຍຂອງ ກະຊວງທາລະນະສຸກ 2016-2020 ໃຫ້ບັນລຸເປົ້າໝາຍ ການປີ່ນປົວ ແລະ ການເຂົ້າເຖິງ ການຮັກສາສຸຂະພາບ ຢ່າງມີຄຸນນະພາບ, ທັງແມ່ນໂຄງການໜຶ່ງທີ່ສຳຄັນ ເພື່ອສົ່ງເສີມ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສປ ຈີນ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

%e0%ba%9b%e0%ba%bb%e0%ba%a7%e0%ba%95%e0%ba%b2%e0%ba%82%e0%ba%b8%e0%bb%89%e0%ba%99
ທ່ານ ໂກງຈຽນຈົງ ຮອງປະທານສະມາຄົມ ການຕ່າງປະເທດ ສາທາລະນະສຸກ ສປ ຈີນ ກ່າວວ່າ: ແຜນການເຄື່ອນໄຫວ ແສງສະຫວ່າງ ລຸ່ມແມ່ນໍ້າຂອງ ເປັນການທົດລອງ ຄັ້ງທໍາອິດ ທາງດ້ານການພົວພັນ ການຕ່າງປະເທດ ສາທາລະນະ ຂອງຂະແໜງການກຸສົນ. ພະຍາດແກ່ນຕາຂຸ້ນ ເປັນສາເຫດສໍາຄັນໜຶ່ງ ທີ່ພາໃຫ້ຕາບອດ, ແຕ່ຜ່ານການປັບປຸງ ມາເປັນເວລາຫລາຍປີ ເຕັກນິກຜ່າຕັດໄດ້ມີ ການພັດທະນາຫລາຍຂຶ້ນ ຈົນເຖິງລະດັບສົມບູນແບບ ເຊິ່ງຖືວ່າເປັນຂ່າວດີ ສຳລັບຄົນເຈັບບໍ່ມີເງິນພຽງພໍ ໄປຮັບການປີ່ນປົວ. ໂຄງການດັ່ງກ່າວ, ເປິດບໍລິການປີ່ນປົວ ແຕ່ວັນທີ 12-14 ຕູລາ ນີ້ ແລະ ມີຜູ້ປ່ວຍມາໃຊ້ບໍລິການ ຫລາຍກວ່າ 200 ຄົນ.

ຂ່າວ:​ ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...