spot_img
Homeຂ່າວທ້ອງຖິ່ນຜູ້ປ່ວຍລາວ ທີ່ຈະໄປປີ່ນປົວຢູ່ປະເທດໄທ ແມ່ນບໍ່ອະນຸຍາດໃຫ້ໃຊ້ລົດສ່ວນຕົວ

ຜູ້ປ່ວຍລາວ ທີ່ຈະໄປປີ່ນປົວຢູ່ປະເທດໄທ ແມ່ນບໍ່ອະນຸຍາດໃຫ້ໃຊ້ລົດສ່ວນຕົວ

Published on

ໜັງສືພິມວຽງຈັນທາມລາຍງານໃຫ້ຮູ້ວ່າ ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ ໄດ້ຖະແຫຼງຂ່າວ ໃນຕອນບ່າຍມື້ນີ້ວ່າ ກໍລະນີຄົນເຈັບລາວ ທີ່ມີຈຸດປະສົງຢາກໄປປີ່ນປົວຢູ່ປະເທດໄທ ແມ່ນບໍ່ອະນຸຍາດໃຫ້ໃຊ້ລົດສ່ວນຕົວ ລາຍລະອຽດກໍ່ຂໍໃຫ້ປະສານງານກັບເຈົ້າໜ້າທີ່ປະຈຳດ່ານ.

ທຸກຄົນທີ່ຈະໄປແມ່ນໃຫ້ປະຕິບັດຕາມແຈ້ງການຂອງຜູ້ວ່າຣາຊະການຈັງຫວັດໜອງຄາຍ ທີ່ອະນຸຍາດໃຫ້ຄົນເຈັບທີ່ມີຄວາມຈໍາເປັນໄປຕາມແພດນັດ ແລະ ໄປຮັກສາແບບຕໍ່ເນື່ອງ ເຊິ່ງຈະຕ້ອງໄດ້ນັດໝາຍກັບໂຮງໝໍທີ່ຈະໄປປີ່ນປົວກ່ອນ.

ສຳລັບນັກສຶກສາລາວ ຫຼື ຄົນລາວ ທີ່ຈະກັບເຂົ້າມາຈາກຕ່າງປະເທດໃນໄລຍະນີ້ຈະຕ້ອງໄດ້ປະຕິບັດຕາມຄຳແນະນຳຂອງຄະນະສະເພາະກິດ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແຈ້ງອອກສະບັບເລກທີ່ 1342/ຕປທ.ສພກ ລົງວັນທີ່ 7 ພຶດສະພາ 2020 ເຊັ່ນວ່າ ກ່ອນຈະເດີນທາງເຂົ້າມາລາວ ກໍ່ຕ້ອງໄດ້ລົງທະບຽນຢູ່ສະຖານກົງສູນຢູ່ປະເທດທີ່ຕົນອາໄສຢູ່ນັ້ນ, ເວລາເຂົ້າມາຮອດປະເທດລາວ ກໍ່ຈະໄດ້ປະຕິບັດມາດຕະການຕ່າງໆເປັນຕົ້ນວ່າ ການກວດຫາເຊື້ອພະຍາດໂຄວິດ-19 ແລະ ການຈຳກັດບໍລິເວນ 14 ວັນ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...