spot_img
Homeຂ່າວທ້ອງຖິ່ນຜູ້ປະກອບການເຮັດອາຫານສົ່ງຕ້ອງຮັບປະກັນຄວາມສະອາດ ເພື່ອປ້ອງກັນການລະບາດໂຄວິດ-19

ຜູ້ປະກອບການເຮັດອາຫານສົ່ງຕ້ອງຮັບປະກັນຄວາມສະອາດ ເພື່ອປ້ອງກັນການລະບາດໂຄວິດ-19

Published on

ມາດຕະການປິດເມືອງເພື່ອປ້ອງກັນການແຜ່ລະບາດຂອງເຊື້ອໄວຣັດໂຄວິດ-19 ທີ່ທາງລັດຖະບານໄດ້ວາງອອກ ເຮັດໃຫ້ປະຊາຊົນສ່ວນໃຫຍ່ຕ້ອງຢູ່ເຮືອນ ບໍ່ສາມາດອອກໄປທາງນອກໄດ້ຕາມໃຈຄືເມື່ອກ່ອນໄດ້ ການສັ່ງອາຫານມາກິນຢູ່ເຮືອນຈຶ່ງໄດ້ຮັບຄວາມນິຍົມຫຼາຍໃນໄລຍະນີ້ ຄຽງຄູ່ກັບການຈະເລີນເຕີບໂຕຂອງທຸລະກິດດ້ານອາຫານ ສັງເກດໄດ້ວ່າ ປັດຈຸບັນ ຈະມີຢູ່ 3 ກຸ່ມທີ່ເຮັດອາຫານສົ່ງຄື: ກຸ່ມຮ້ານອາຫານ-ໂຮງແຮມໃຫຍ່, ກຸ່ມຮ້ານນ້ອຍທົ່ວໄປ ແລະ ກຸ່ມທີ່ເກີດຂຶ້ນໃໝ່ແມ່ນ ກຸ່ມຄອບຄົວທີ່ເຮັດອາຫານສົ່ງ ກຸ່ມທີສາມນີ້ເປັນກຸ່ມທີ່ໃຊ້ເວລາວ່າງໃນໄລຍະນີ້ຫາກິດຈະກຳເຮັດເພື່ອສ້າງລາຍຮັບ.

ເມື່ອມີຄວາມຫຼາກຫຼາຍຈາກແຫຼ່ງທີ່ມາຂອງອາຫານ ແນ່ນອນວ່າຕ້ອງເກີດຄວາມສົງໃສຂອງຜູ້ບໍລິໂພກກ່ຽວກັບຄວາມສະອາດຂອງອາຫານ ແລະ ມາດຕະການປ້ອງກັນຕົນເອງຂອງຜູ້ເຮັດໜ້າທີ່ປຸງແຕ່ງອາຫານວ່າມີປະສິດທິພາບຫຼາຍໜ້ອຍພຽງໃດ ເພື່ອຮັບປະກັນບໍ່ໃຫ້ເກີດການລະບາດຂອງເຊື້ອໄວຣັດໂຄວິດ-19 ທີ່ອາດປົນເປື້ອນມາກັບອາຫານ.

ດັ່ງນັ້ນ, ຜູ້ປະກອບການຕ້ອງໄດ້ຖືເອົາຫຼັກສຸຂະອານາໄມເປັນທີ່ຕັ້ງ ເພື່ອສ້າງຄວາມໝັ້ນໃຈ ແລະ ຄວາມປອດໄພໃຫ້ກັບລູກຄ້າ ຜູ້ທີ່ເຮັດໜ້າທີ່ປຸງແຕ່ງອາຫານຕ້ອງຮັກສາຄວາມສະອາດຕົນເອງໃຫ້ຖືກຕາມຫຼັກການອານາໄມຄື: ມັດຜົມ ໃສ່ໝວກກັນຜົມຕົກໃສ່ຂອງກິນ, ສວມໃສ່ຜ້າກັນເປື້ອນ, ໃສ່ຖົງມື, ໃສ່ຜ້າປິດປາກ-ດັງຄັກແນ່, ສຳລັບສະຖານທີ່ເຮັດອາຫານ ຫຼື ຫ້ອງຄົວ ຕ້ອງສະອາດ ແລະ ປອດເຊື້ອໂຣກ, ໂຕະວາງສິ່ງຂອງ ຫຼື ພາຊະນະທີ່ນຳມາໃຊ້ປຸງແຕ່ງອາຫານກໍ່ຕ້ອງໄດ້ຜ່ານການລ້າງ ການເຊັດຂ້າເຊື້ອຢ່າງດີ, ລວມເຖິງວັດຖຸດິບທີ່ນຳມາໃຊ້ປຸງແຕ່ງອາຫານທຸກຄັ້ງກໍ່ຕ້ອງສົດໃໝ່ ແລະ ຜ່ານການລ້າງຢ່າງສະອາດ.

ຫາກຜູ້ທີ່ປຸງແຕ່ງອາຫານມີອາການບໍ່ສະບາຍ ມີຄວາມຜິດປົກກະຕິໃນລະບົບທາງເດີນຫາຍໃຈ ຄື: ເປັນຫວັດ, ໄອ ຫຼື ເປັນໄຂ້ ແມ່ນໃຫ້ຢຸດເຊົາ ແລະ ຟ້າວໄປພົບແພດເພື່ອເຮັດການກວດຮັກສາ ເພາະຈະໄດ້ປ້ອງກັນການແຜ່ກະຈາຍຂອງເຊື້ອໄຣກໄດ້ທັນເວລາ.

 

ບົດໂດຍ: ພຸດສະດີ

ແຫຼ່ງຂໍ້ມູນ: amarinacademy.com thaihealth.or.th

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...