ຜູ້ບໍລິຫານສູງສຸດຂອງບໍລິສັດ ໄຟເຊີ (Pfizer)ຕິດໂຄວິດຮອບ 2

0
670

ຜູ້ບໍລິຫານສູງສຸດຂອງບໍລິສັດ ໄຟເຊີ (Pfizer) ຕິດໂຄວິດຮອບ 2 ຫຼັງຈາກທີ່ຕິດໂຄວິດແລ້ວເດືອນກ່ອນ ແລະ ໄດ້ສີດວັກຊີນໄປແລ້ວ 4 ເຂັມ ແຕ່ຍັງບໍ່ໄດ້ສີດວັກຊີນລຸ້ນໃໝ່.

ທ່ານ ອັລເບີດ ບົວລາ ປະທານຄະນະເຈົ້າໜ້າທີ່ບໍລິຫານ ຂອງໄຟເຊີ ຂອງບໍລິສັດໄຟເຊີ ບໍລິສັດວັກຊີນຍັກໃຫຍ່ຂອງອາເມຣິກາ ອອກຖະແຫຼງການວ່າ ລາວໄດ້ຕິດໂຄວິດສາຍພັນໃໝ່ ເປັນຄັ້ງທີ 2 ຫຼັງຈາກທີ່ຕິດໂຄວິດຄັ້ງທຳອິດເມື່ອເດືອນສິງຫາທີ່ຜ່່ານມານີ້ ໃນຂະນະທີ່ໄດ້ຮັບການຊີດວັກຊີນຕ້ານໂຄວິດ-19 ຂອງໄຟເຊີ-ໄບໂອເອນເທັກມາແລ້ວ 4 ເຂັມ.

ໂດຍ ອັລເບີດ ຖະແຫຼງການໃນວັນເສົາ ທີ 24 ກັນຍາ 2022 ວ່າ “ຍັງສະບາຍດີ ແລະ ບໍ່ມີການປ່ວຍ” ເຖິງວ່າລາວຈະຕິດໂຄວິດເປັນຄັ້ງທີ 2 ກໍຕາມ.

ແຫຼ່ງຂ່າວຈາກ ຣອຍເຕີ