spot_img
Homeຂ່າວຕ່າງປະເທດຜູ້ນຳສູງສຸດອີຣ່ານລະບຸ ໄດ້ໃຜເປັນປະທານາທິບໍດີກໍຕາມ ຜີສາດອາເມຣິກາກໍບໍ່ມີວັນປ່ຽນແປງ

ຜູ້ນຳສູງສຸດອີຣ່ານລະບຸ ໄດ້ໃຜເປັນປະທານາທິບໍດີກໍຕາມ ຜີສາດອາເມຣິກາກໍບໍ່ມີວັນປ່ຽນແປງ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 16 ພະຈິກຜ່ານມານີ້ວ່າ ທ່ານ ຢາຕອນເລາະ ອາລີ ຄາເມເນອີ ຜູ້ນຳສູງສຸດຂອງອີຣ່ານ ໄດ້ກ່າວປາໄສຕໍ່ສາທາລະນະ ຢູ່ນະຄອນຫລວງເຕເຮຣານ ໂດຍທ່ານໄດ້ລະບຸວ່າ ຜົນຂອງການເລືອກຕັ້ງປະທານາທິບໍດີ ສະຫະລັດອາເມຣິກາ ທີ່ອອກມານັ້ນ ບໍ່ໄດ້ສ້າງຄວາມແຕກຕ່າງຫຍັງເລີຍຕໍ່ກັບອີຣ່ານ, ທ່ານ ເວົ້າວ່າ ” ເຮົາບໍ່ໄດ້ຕັດສິນຈາກເສິກເລືອກຕັ້ງຄັ້ງນີ້ ເພາະແນວໃດ ອາເມຣິກາກໍຍັງເປັນອາເມຣິກາຄືເກົ່າ, ໃນໄລຍະ 37 ປີຜ່ານມາ ບໍ່ວ່າພັກໃດຢູ່ໃນຕຳແໜ່ງໃດ ກໍບໍ່ເຄີຍເຮັດດີຕໍ່ກັບເຮົາ ແລະ ຜີສາດຮ້າຍຂອງພວກເຂົາ ກໍຍັງບຸກໜ້າມາທີ່ເຮົາຢູ່ສະເໝີ ” ພ້ອມກັນນັ້ນ ທ່ານ ຄາເມເນອີ ໄດ້ຍົກຕົວຢ່າງເຫດການທີ່ ກໍລະນີກຳປັ່ນສູ້ຮົບຂອງອາເມຣິກາ ຍິງເຮືອບິນໂດຍສານຂອງອີຣ່ານຕົກ ໃນປີ 1988 ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 290 ຄົນ.

ທ່ານ ຄາເມເນອີ ຍັງໄດ້ເວົ້າຕື່ມອີກວ່າ ” ເຮົາບໍ່ໄດ້ໂສກເສົ້າ ຫລື ສະເຫລີມສະຫລອງ ເພາະສຳລັບເຮົາແລ້ວ ມັນກໍບໍ່ໄດ້ຕ່າງກັນ ” ທັງນີ້ ທັງສອງປະເທດ ໄດ້ຕັດຄວາມສຳພັນທາງການທູດຢ່າງເປັນທາງການ ນັບຕັ້ງແຕ່ປີ 1980 ເປັນຕົ້ນມາ ຫລັງຈາກເຫດການທີ່ ນັກສຶກສາຫົວຮຸນແຮງ ບຸກເຂົ້າໄປໃນສະຖານທູດສະຫະລັດອາເມຣິກາ ປະຈຳນະຄອນຫລວງເຕເຮຣານ ແລ້ວຈັບກຸມເຈົ້າໜ້າທີ່ເປັນຕົວປະກັນ ຍາວນານກວ່າ 444 ມື້.

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...