spot_img
Homeຂ່າວຕ່າງປະເທດຜູ້ນຳຟິລິບປິນ ເລືອກເດີນທາງຢ້ຽມຢາມຈີນ ຢ່າງເປັນທາງການ ປະເທດທຳອິດ ຫລັງເຂົ້າຮັບຕຳແໜ່ງ!

ຜູ້ນຳຟິລິບປິນ ເລືອກເດີນທາງຢ້ຽມຢາມຈີນ ຢ່າງເປັນທາງການ ປະເທດທຳອິດ ຫລັງເຂົ້າຮັບຕຳແໜ່ງ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 11​ ຕຸລາຜ່ານມານີ້ວ່າ ທ່ານ ໂຣດຣິໂກ ດູເຕີເຕ ປະທານາທິບໍດີຟິລິບປິນ ໄດ້ປະກາດຈະເດີນທາງຢ້ຽມຢາມ ສາທາລະນະລັດປະຊາຊົນຈີນ ຢ່າງເປັນທາງການເປັນປະເທດທຳອິດ ພາຍຫລັງເຂົ້າຮັບຕຳແໜ່ງປະທານາທິບໍດີ ນັບຕັ້ງແຕ່ວັນທີ 30 ມິຖຸນາທີ່ຜ່ານມາ ຊຶ່ງເປັນການເຄື່ອນໄຫວໃນທາງສັນຍາລັກ ທີ່ເນັ້ນຢ້ຳລຳດັບຄວາມສຳຄັນ ທາງນະໂຍບາຍການຕ່າງປະເທດ ທີ່ຫັນເຫອອກຈາກອາເມຣິກາ ແລະ ພັດທະນາຄວາມສຳພັນກັບຈີນແທນ.

ຜູ້ນຳຟິລິບປິນບໍ່ໄດ້ລະບຸເຖິງວັນ ແລະ ເວລາຂອງການເດີນທາງຢ້ຽມຢາມດັ່ງກ່າວເທື່ອ ມີແຕ່ໄດ້ກ່າວວ່າ ມັນຈະເກີດຂຶ້ນກ່ອນທີ່ທ່ານຈະເດີນທາງຢ້ຽມຢາມປະເທດຍີ່ປຸ່ນ ໃນວັນທີ 25-27 ຕຸລານີ້ ຊຶ່ງພາຍຫລັງເດີນທາງຢ້ຽມຢາມຍີ່ປຸ່ນແລ້ວ ທ່ານ ດູເຕີເຕ ກໍຍັງໄດ້ລະບຸອີກວ່າ ບາງທີຈະເດີນທາງໄປຢ້ຽມຢາມຣັດເຊຍຕໍ່ ພາຍຫລັງຈາກນັ້ນ.

ທ່ານ ດູເຕີເຕ ມີຄວາມມຸ່ງຫວັງໃນການພັດທະນາຄວາມສຳພັນຢ່າງໃກ້ຊິດກັບ ຣັດເຊຍ ແລະ ຈີນ, ໃນຂະນະດຽວກັນ ທ່ານໄດ້ສະແດງທັດສະນະເຫີນຫ່າງອອກຈາກອາເມຣິກາ ເຖິງແມ່ນອາເມຣິກາ ຈະເປັນອະດີດເຈົ້າອານານິຍົມປົກຄອງຟິລິບປິນມາກ່ອນ ແລະ ເປັນພັນທະມິດດ້ານການທະຫານກັບຟິລິບປິນກໍຕາມ.
 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...