spot_img
Homeຂ່າວຕ່າງປະເທດຜູ້ນຳຟິລິບປິນ ເຜີຍຊື່ເຈົ້າໜ້າທີ່ລັດ 160 ຄົນ ພົວພັນຢາເສບຕິດ ພ້ອມເຕືອນໃຫ້ມອບຕົວ ຖ້າບໍ່ຢາກຕາຍ!

ຜູ້ນຳຟິລິບປິນ ເຜີຍຊື່ເຈົ້າໜ້າທີ່ລັດ 160 ຄົນ ພົວພັນຢາເສບຕິດ ພ້ອມເຕືອນໃຫ້ມອບຕົວ ຖ້າບໍ່ຢາກຕາຍ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 7 ສິງຫາຜ່ານມານີ້ວ່າ ທ່ານ ໂຣດຣິໂກ ດູເຕີເຕ ປະທານາທິບໍດີຟິລິບປິນ ຊຶ່ງກຳລັງເຮັດສົງຄາມ ກວາດລ້າງຜູ້ຄ້າຢາເສບຕິດ ໄດ້ປະກາດລາຍຊື່ຜູ້ພິພາກສາ, ຫົວໜ້າເທດສະບານ, ສະມາຊິກລັດຖະສະພາ, ຕຳຫລວດ ແລະ ທະຫານ ຈຳນວນລວມກັນກວ່າ 160 ຄົນ ຊຶ່ງຖືກກ່າວຫາວ່າ ມີສ່ວນພົວພັນກັບຢາເສບຕິດ ໂດຍທ່ານໄດ້ເຕືອນໃຫ້ບຸກຄົນເຫລົ່ານີ້ ຖ້າຫາກເປັນທະຫານ ຫລື ຕຳຫລວດ ຄວນໄປມອບຕົວ ຕໍ່ຜູ້ບັງຄັບບັນຊາຂອງຕົນໃນທັນທີ ສ່ວນຜູ້ພິພາກສາກໍຄວນໄປລາຍງານຕົວ ຕໍ່ສານສູງສຸດ. ” ຖ້າຫາກພວກທ່ານມີທ່າທີຕໍ່ຕ້ານ ໂດຍການໃຊ້ຄວາມຮຸນແຮງແມ່ນແຕ່ໜ້ອຍດຽວ ຂ້າພະເຈົ້າຈະສັ່ງໃຫ້ຕຳຫລວດ ຍິງພວກມັນທັນທີ ” ທ່ານ ດູເຕີເຕ ກ່າວຕໍ່ກັບສື່ມວນຊົນ.

ທັງນີ້ ທ່ານ ດູເຕີເຕ ຊະນະການເລືອກຕັ້ງ ໂດຍປະກາດນະໂຍບາຍ ເຮັດສົງຄາມກວາດລ້າງຢາເສບຕິດ ແລະ ອາຊະຍາກຳອື່ນໆ ຊຶ່ງທ່ານບອກວ່າ ຈະຕ້ອງມີຄົນຕາຍເປັນໝື່ນໆຊີວິດ ໂດຍແຫລ່ງຂ່າວໄດ້ລະບຸວ່າ ນັບຕັ້ງແຕ່ທ່ານໄດ້ຮັບການເລືອກຕັ້ງເປັນຕົ້ນມາ ມີຜູ້ຖືກສົງໄສຄ້າຢາເສບຕິດ ຖືກສັງຫານໄປແລ້ວ 852 ຄົນ.

559000008110903

 

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...