spot_img
Homeຂ່າວຕ່າງປະເທດຜູ້ນຳຟິລິບປິນປະກາດ ຈະຮ່ວມຊ້ອມຮົບກັບຈີນ-ຣັດເຊຍ ຫັນຫລັງໃຫ້ອາເມຣິກາຢ່າງສິ້ນເຊີງ

ຜູ້ນຳຟິລິບປິນປະກາດ ຈະຮ່ວມຊ້ອມຮົບກັບຈີນ-ຣັດເຊຍ ຫັນຫລັງໃຫ້ອາເມຣິກາຢ່າງສິ້ນເຊີງ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 17 ຕຸລາຜ່ານມານີ້ວ່າ ທ່ານ ໂຣດຣິໂກ ດູເຕີເຕ ປະທານາທິບໍດີຟິລິບປິນ ໄດ້ປະກາດໂດຍຜ່ານການໃຫ້ສຳພາດກັບ ສະຖານີໂທລະພາບ Phoenix Television ໂດຍລະບຸວ່າ ຈະຈັດໃຫ້ມີການເຝິກຊ້ອມສູ້ຮົບ ຮ່ວມກັບຈີນ ແລະ ຣັດເຊຍ ໂດຍເນັ້ນຢ້ຳວ່າ ທ່ານຈະບໍ່ຍອມໃຫ້ມີການຊ້ອມຮົບຮ່ວມກັບອາເມຣິກາອີກຕໍ່ໄປ.

ທັງນີ້ ທ່ານ ດູເຕີເຕ ໄດ້ພະຍາຍາມຮັດແໜ້ນການພົວພັນຕ່າງປະເທດ ແບບປ່ຽນທິດທາງຢ່າງວ່ອງໄວ ນັບຕັ້ງແຕ່ທ່ານເຂົ້າຮັບຕຳແໜ່ງ ເປັນປະທານາທິບໍດີຟິລິບປິນ ໃນວັນທີ 30 ມິຖຸນາທີ່ຜ່ານມາ ດ້ວຍການຫັນໄປໃຫ້ຄວາມສຳຄັນກັບຈີນ ແລະ ຣັດເຊຍ, ໃນຂະນະດຽວກັນ ກໍໄດ້ຖອຍຫ່າງອອກຈາກສະຫະລັດອາເມຣິກາ ເນື່ອງຈາກທ່ານບໍ່ພໍໃຈທີ່ຖືກອາເມຣິກາ ວິພາກວິຈານເລື່ອງ ນະໂຍບາຍສົງຄາມຕ້ານອາຊະຍາກຳຂອງຕົນເອງ ແລ້ວຫັນໄປຍົກຍ້ອງຈີນ ແລະ ຣັດເຊຍແທນ ຊຶ່ງສອງປະເທດດັ່ງກ່າວນີ້ ໃຫ້ຄວາມເຄົາລົບຕໍ່ກິດຈະການພາຍໃນຂອງຟິລິບປິນ.

 

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...